ພິທີເຂົ້າຊົງຂອງຫວຽດນາມ |
(vovworld)- ລາຍການສະແດງຂັບເຈົາວັນ-ພິທີເຂົ້າຊົງ, ຊຶ່ງແມ່ນພິທີກຳທີ່ສຳຄັນໃນການເຄື່ອນໄຫວເຫຼື້ອມໃສບູຊາພະແມ່ ໄດ້ຖືກດຳເນີນໃນຕອນຄ່ຳວັນທີ 26/2 ຢູ່ແຂວງນາມດິ້ງ ຊຶ່ງມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕ່າງໜ້າບັນດາອົງການສາກົນປະຈຳຫວຽດນາມພ້ອມກັບບັນດານັກຄົ້ນຄ້ວາວັດທະນະທຳການເຫຼື້ອມໃສຢູ່ພາຍໃນປະເທດ.
ຕາມທ່ານນາງ ມູເລີ ມາຣິນ ຫົວໜ້າຜູ້ຕ່າງໜ້າຫ້ອງການ UNESCO ປະຈຳຫວຽດນາມແລ້ວ, ການເຄື່ອນໄຫວເຫຼື້ອມໃສບູຊາພະແມ່ໄດ້ເປັນການຢັ້ງຢືນບົດບາດ, ທີ່ຕັ້ງຂອງແມ່ຍິງ. ການເຄື່ອນໄຫວເຫຼື້ອມໃສບູຊານີ້ ກໍເຕົ້າໂຮມບັນດາຄຸ່ນຄາວັດທະນະທຳ, ສິລະປະ, ພິເສດແມ່ນເຂັ້ມຂົ້ນລັກສະນະວັດທະນະທຳມະນຸດ, ສະແດງໃຫ້ເຫັນການເຄົາລົບນັບຖືຕໍ່ບັນພະບຸລຸດ, ປູ່ຍ່າຕາຍາຍ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.