ບັນຫາ Brexit: EU ຮັບຮອງເອົາແຜນການສຳຮອງໃນກໍລະນີບໍ່ມີຂໍ້ຕົກລົງ

(VOVWORLD) - ຕາມແຜນການໃໝ່ທີ່ໄດ້ຮັບຮອງເອົາ, EU ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ບັນດາພົນລະເມືອງ ອັງກິດ ທີ່ພວມດຳລົງຊີວິດຢູ່ປະເທດອື່ນໆໃນສະຫະພາບ ຈະສືບຕໍ່ໄດ້ຮັບສິດພົນລະເມືອງ EU ຖ້າຫາກວ່າ ອັງກິດ ກໍ່ປົກປ້ອງບັນດາສິດຂອງພົນລະເມືອງ EU

ວັນທີ 19 ທັນວາ, ສະຫະພາບເອີລົບ (EU) ຮັບຮອງເອົາບັນດາແຜນການສຳຮອງເພື່ອປົກປ້ອງບັນດາການເຄື່ອນໄຫວການຄ້າ, ຂົນສົ່ງ ແລະ ການເງິນສຳຄັນໃນກໍລະນີ ອັງກິດ ຖອນຕົວອອກຈາກກຸ່ມນີ້ (Brexit) ເຊິ່ງບໍ່ມີຂໍ້ຕົກລົງໃນຮອບເວລາ 100 ວັນຈະມາເຖິງ. ຕາມແຜນການໃໝ່ທີ່ໄດ້ຮັບຮອງເອົາ, EU ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ບັນດາພົນລະເມືອງ ອັງກິດ ທີ່ພວມດຳລົງຊີວິດຢູ່ປະເທດອື່ນໆໃນສະຫະພາບ ຈະສືບຕໍ່ໄດ້ຮັບສິດພົນລະເມືອງ EU ຖ້າຫາກວ່າ ອັງກິດ ກໍ່ປົກປ້ອງບັນດາສິດຂອງພົນລະເມືອງ EU ທີ່ພວມດຳລົງຊີວິດຢູ່ ອັງກິດ. EU ກໍ່ອະນຸຍາດໃຫ້ບັນດາບໍລິສັດການເງິນ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ສືບຕໍ່ຮັກສາສິດໄດ້ສຳຜັດກັບຕະຫຼາດລວມ ເອີລົບ ໃນຮອບເວລາ 12 ເດືອນ, ຕາມຮູບການໄລຍະຊົ່ວຄາວ ແລະ ມີເງື່ອນໄຂທີ່ເໝາະສົມ, ເພື່ອຫຼີກລ້ຽງການເກີດການຕັດຕອນ. EU ກໍ່ອະນຸຍາດເປັນພິເສດໃຫ້ບັນດາຖ້ຽວບິນຂອງບັນດາບໍລິສັດການບິນ ອັງກິດ ສືບຕໍ່ໄປ - ມາໃນເຂດນ່ານຟ້າລວມ EU ໃນ 12 ເດືອນ ແລະ ຕໍ່ກຳນົດເວລາໃບອະນຸຍາດດ້ານການບິນຕື່ມອີກ 9 ເດືອນພາຍຫຼັງວັນທີ 29 ມີນາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ