ບໍລິຈາກ​ໜູນ​ຊ່ວຍໃຫ້ແກ່​ປະ​ຊາ​ຊົນລາວ, ອິນ​ເດຍ, ກຳ​ປູ​ເຈຍ ເພື່ອ​ປ້ອງ​ກັນ​, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສູນກາງສະມາຄົມຫວຽດນາມ - ກຳປູເຈຍ ກໍ່ໄດ້ປຸກລະດົມ ບັ້ນບໍລິຈາກສະໜັບສະໜູນ ປະຊາຊົນກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງກ້ວາງ. 
ບໍລິຈາກ​ໜູນ​ຊ່ວຍໃຫ້ແກ່​ປະ​ຊາ​ຊົນລາວ, ອິນ​ເດຍ, ກຳ​ປູ​ເຈຍ ເພື່ອ​ປ້ອງ​ກັນ​, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຊົນລໍຖ້າສັກວັກຊິນກັນໂຄວິດ - 19 ຢູ່ກຳປູເຈຍ (ພາບ: TTXVN)

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ຢູ່ປະເທດ ສປປ.ລາວ ແລະ ສ.ອິນເດຍ, ວັນທີ 6 ພຶດສະພາ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ອິນເດຍ ໄດ້ສົ່ງຈົດໝາຍທາງການໄປຍັງບັນດາກຳມະການຄະນະບໍລິຫານງານສູນກາງ ສະມາຄົມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ອິນເດຍ ບັນດາແຂວງ, ນະຄອນ, ບັນດາໜ່ວຍງານສັງກັດ ສູນກາງສະມາຄົມເພື່ອຮຽກຮ້ອງປຸກລະດົມການບໍລິຈານໜູນຊ່ວຍ ປະຊາຊົນ ລາວ ແລະ ອິນເດຍ

        ກ່ອນໜ້ານັ້ນ, ສູນກາງສະມາຄົມຫວຽດນາມ - ກຳປູເຈຍ ກໍ່ໄດ້ປຸກລະດົມ ບັ້ນບໍລິຈາກສະໜັບສະໜູນ ປະຊາຊົນກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງກ້ວາງ. ບັນດາບັ້ນປຸກລະດົມໄດ້ດຳເນີນແຕ່ວັນທີ 28 ເມສາ - 20 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ