ປີ 2015, ວິທະຍຸກະຈາຍສຽງຫວຽດນາມເສີມຂະຫຍາຍທ່າແຮງສື່ມວນຊົນ ຫຼາຍປະເພດ

     ປີ 2015, ວິທະຍຸກະຈາຍສຽງຫວຽດນາມເສີມຂະຫຍາຍທ່າແຮງສື່ມວນຊົນ ຫຼາຍປະເພດ - ảnh 1
ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ຫງວຽນ​ດັງ​ຕ້ຽນກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(vovworld)- ຕອນ​ເຊົ້າ​ວັນ​ທີ 23/1, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ ຫງວຽນ​ດັງ​ຕ້ຽນ ເນັ້ນ​ໜັກ​ວ່າ :

   “ ທີ 1 ແມ່ນ​ຕ້ອງ​ຖື​ໜ້າ​ທີ່​ການ​ເມືອງ​ແມ່ນ​ໄລ​ກອນ, ປະ​ຕິບ​ັດ​ໜ້າ​ທີ່​ໂຄ​ສະ​ນາ ແຜນ​ນະ​ໂຍ​ບາຍ​ແນວ​ທາງ​ຂອງ​ພັກ, ລັດ​. ພ້ອມ​ກັນ​ນັ້ນ, ກໍ​ສ່ອງ​ແສງ​ຄຳ​ເຫັນ​, ຄວາມ​ມຸງ​ມາດ​ປາ​ຖາ​ໜາຂອງ​ປະ​ຊາ​ຊົນ. ຖື​ມວນ​ຊົນ​ເປັນ​ໃຈ​ກາງ, ຖື​ເອົາ​ຄວ​າມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ເປັນຫຼັກ​ການ​ໃນ​ກຸ່ມ​ເປັນ​ເອ​ກະ​ພາບ. ຖື​ເອົາ​ສະ​ຖຽນ​ລະ​ພາບ​ເປັນ​ພື້ນ​ຖານ ແລະ ຖື​ເອົາ​ການ​ປ່ຽນ​ໃໝ່ການ​ພັດ​ທະ​ນາ​ເປັນ​ກຳ​ລັງ​ຊຸກ​ຍູ້. ພຽງ​ແຕ່​ອີງ​ໃສ່​ບັນ​ດາ​ປັດ​ໄຈ​ເຫຼົ່າ​ນັ້ນ, ຈຶ່ງ​ສາ​ມາດກໍ່​ສ້າງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​​ໃຫ້​ໝັ້​ນ​ຄົງ, ເຂັ້ມ​ແຂງ, ທັງ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ພັກ, ລັດ, ແຕ່​ກໍ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງມວນ​ຊົນ ”

    ປີ 2015, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ສຸມ​ໃສ່​ໂຄ​ສະ​ນາ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ, ສືບ​ຕໍ່​ຄົ້ນ​ຄ້​ວາ, ປ່ຽນ​ໃໝ່​ລາຍ​ການກະ​ຈາຍ​ສຽງ​, ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ລະ​ບົບກະ​ຈາຍ​ສຽງພາ​ສາ​ຕ່າງ​ປະ​ເທດ​ລະ​ດັບ​ຊາດ ແລະ ອອກ​ອາ​ກາດ​ຊ່ອງ​ກະ​ຈາຍ​ສຽງ​ພາ​ສາ​ອັງ​ກິດ 24ຊົ່ວ​ໂມງ, ຍົກ​ສູງ​ຄຸນ​ນະ​ພາບ​ກະ​ຈາຍ​ຄື້ນ….

 

ຂ່າວ/ບົດ​ອື່ນ