ປີ 2023 ການ​ເບີກ​ຈ່າຍ​ທຶນ FDI ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ເກືອບ 23,2 ຕື້ USD

(VOVWORLD) - ການເບີກຈ່າຍງົບປະມານບັນລຸເກືອບ 23,2 ຕື້ USD, ຊຶ່ງແມ່ນລະດັບການເບີກຈ່າຍສູງສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ຫວຽດນາມ.
ປີ 2023 ການ​ເບີກ​ຈ່າຍ​ທຶນ FDI ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ເກືອບ 23,2 ຕື້ USD - ảnh 1(ພາບປະກອບ: chinhphu.vn)

ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ທັນວາ, ຍອດທຶນຈົດທະບຽນການລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸ 36,6 ຕື້ USD, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການເບີກຈ່າຍງົບປະມານບັນລຸເກືອບ 23,2 ຕື້ USD, ຊຶ່ງແມ່ນລະດັບການເບີກຈ່າຍສູງສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ຫວຽດນາມ. ເງິນລົງທຶນຕ່າງປະເທດສືບຕໍ່ສຸມໃສ່ບັນດາແຂວງ, ນະຄອນທີ່ມີທ່າແຮງໃນການດຶງດູດການລົງທຶນຕ່າງປະເທດຄື ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ກວ໋າງນິງ, ບັກຢາງ, ຖາຍບິງ, ຮ່າໂນ້ຍ, ບັກນິງ, ເງ້ອານ, ບິ່ງເຢືອງ ແລະ ດົງນາຍ. ປີ 2023, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງການໃນຍອດຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ການປະດິດສ້າງໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸກວ່າ 23,5 ຕື້ USD; ຂະແໜງອະສັງຫາລິມະຊັບຢືນອັນດັບທີ 2 ດ້ວຍຍອດເງິນລົງທຶນເກືອບ 4,67 ຕື້ USD. ປີ 2023, ມີ 111 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນກວ່າ 6,8 ຕື້ USD, ຖັດມາແມ່ນ ຍີ່ປຸ່ນ, ຮົ່ງກົງ (ຈີນ), ຈີນ, ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ