ປຸກລະດົມການສອບ ເສັງຂຽນ“ລະດູບານ ໃຫ່ມ1975-ບົດເພງ ແຫ່ງໄຊຊະນະ“
ທ່ານພົນຕີຟຸ່ງຄັກດັງທີ່ພິທີປຸກລະດົມ
(ພາບ: baomoi.com)
(vovworld)- ຕອນເຊົ້າວັນທີ 16/6, ຢູ່ຮ່າໂນ້ຍ, ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ປຸກລະດົມການສອບເສັງຂຽນ “ລະດູບານໃຫ່ມ 1975-ບົດເພງແຫ່ງໄຊຊະນະ“. ທ່ານພົນຕີຟຸ່ງຄັກດັງ, ຮອງປະທານສະມາຄົມນັກຮົບເກົ່າຫວຽດນາມ, ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ການສອບເສັງຂຽນ “ລະດູບານໃຫ່ມ 1975-ບົດເພງແຫ່ງໄຊຊະນະ“ ແນໃສ່ປຸກລຸກຄວາມເອກອ້າງທະນົງໃຈຂອງປະຊາຊົນແຕ່ລະຄົນກ່ຽວກັບມະຫາໄຊໃນລະດູບານໃຫ່ມປີ 1975, ກ່ຽວກັບໄຊຊະນະໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ເພື່ອກູ້ຊາດ, ປຸກລຸກເຈດຈຳນົງ ແລະ ຄວາມເຊື່ອໝັ້ນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ບົດເຂົ້າຮ່ວມການສອບເສັງແມ່ນຂຽນກ່ຽວກັບບັນດາອະນຸສອນອັນເລິກເຊິ່ງທີ່ສຸດ, ແທດຈິງທີ່ສຸດຊື່ງຜູ້ຂຽນແມ່ນຜູ້ເຂົ້າຮ່ວມໂດຍກົງໃນບັ້ນບຸກໂຈມຕີຂະໜາດໃຫ່ຍ ແລະ ມະຫາໄຊ ໃນລະດູບານໃຫ່ມປີ 1975. ຄະນະຈັດຕັ້ງຈະມອບ 46 ລາງວັນ, ໃນນັ້ນມີ 1 ລາງວັນທີ 1. ບັນດາບົດຂຽນໄດ້ຮັບລາງວັນຈະຖືກຄັດເລືອກເພື່ອພິມເປັນປຶ້ມ, ຮັບໃຊ້ໃຫ້ແກ່ວຽກງານໂຄສະນາຂໍ້ມູນຂ່າວສານກ່ຽວກັບພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມະຫາໄຊໃນລະດູບານໃຫ່ມປີ 1975, ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ./.