ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ

(VOVWORLD) -ຈຸດປະສົງຂອງການເສັງຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນໃນການດຳລົງຊີວິດ ຂອງວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ
ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ - ảnh 1ທີ່ການປະຊຸມຖະແຫຼງຂ່າວ
(ພາບ: nhandan.vn)

ຕອນເຊົ້າວັນທີ 01 ມີນາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ສະພາທິດສະດີສູນກາງ, ວາລະສານກອມມູນິດ, ໜັງສືພິມ ເຍິນເຍີນ (ປະຊາຊົນ) ແລະ ສະມາຄົມນັກຂ່າວ ຫວຽດນາມ, ຈັດການປະຊຸມຖະແຫຼງຂ່າວ ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກຄັ້ງທີ 2 ປີ 2022. ຈຸດປະສົງຂອງການເສັງຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນໃນການດຳລົງຊີວິດ ຂອງວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ; ຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບຂອງຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.

        ເປົ້າໝາຍເຂົ້າຮ່ວມການເສັງແມ່ນຊາວ ຫວຽດນາມ ຢູ່ພາຍໃນປະເທດ ແລະ ອາໄສຢູ່ຕ່າງປະເທ, ຊາວຕ່າງປະເທດ. ນັກຂຽນແຕ່ລະຄົນ, ກຸ່ມນັກຂຽນແຕ່ລະກຸ່ມສາມາດສົ່ງບົດຂຽນຫຼາຍສຸດ 2 ບົດໃນວາລະສານ ແລະ ໜັງສືພິມ ດ້ວຍຮູບແບບສື່ສິ່ງພິມ ຫຼື ໜັງສືພິມເອເລັກໂຕນິກ. ຄະນະຈັດຕັ້ງຮັບບົດຂຽນເຂົ້າຮ່ວມການເສັງເລີ່ມແຕ່ມື້ປຸກລະດົມຮອດວັນທີ 30 ກໍລະກົດ. ພິທີປະກາດ ແລະ ມອບລາງວັນຄາດວ່າຈະຈັດຂຶ້ນໃນເດືອນ ຕຸລາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ