ປຸກລະດົມບັ້ນຂົນຂວາຍທົ່ວປວງຊົນເຂົ້າຮ່ວມຂະບວນການຕອບບຸນແທນຄຸນ

ປຸກລະດົມບັ້ນຂົນຂວາຍທົ່ວປວງຊົນເຂົ້າຮ່ວມຂະບວນການຕອບບຸນແທນຄຸນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ

(vovworld) – ​​ ພິ​ທີ​​ປຸກ​ລະ​ດົມບັ້ນຂ​ົນ​ຂວາຍ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕອບ​ບຸນ​ແທນ​ຄຸນ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/4, ຢູ່​ຮ່າ​ໂນ້ຍ, ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົມ​ທົບ​ກັບ​ກ​ະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈັດ​ຕັ້ງ. ບັ້ນ​ປຸກ​ລະ​ດົມ​ໄດ້​ດຳ​ເນີນ​ເປັນ​ເວ​ລາ 3 ເດືອນ​​ເຊິ່ງ​ເລີ່ມແຕ່​ວັນ​ທີ 27/4 ຫາ​ວັນ​ທີ 27/7, ນີ້ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ບັນ​ດາ​ເຫດ​ການ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ກ່າ​ວ​ຄຳ​ເຫັນ​ທີ່​ທີ​ພິ​ປ​ຸກ​ລະ​ດົມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ: ພ້ອມ​ກັບ​ພັກ, ລັດ​ທີ່ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນ​ງາມ​ຄວ​າມ​ດີ​ໃນ​ປະ​ຈຸ​ບັນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມ​ເປັນ​ກຽດ​ຂອງ​ແຕ່​ລະ​ຄອ​ບ​ຄົວ ຫວຽດ​ນາມ ​ທີ່​ມີ​ຕໍ່​ອະ​ດິດ​ຕ​ະ​ການ​ທີ່​ພິ​ລະ​ອາດ​ຫານ​ຂ​ອງ​ຊາດ:

        “ແຕ່​ລະ​​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ, ຄອບ​ຄົວ​ບໍ່​ນອນ​ໃນ​ບັນ​ດາ​ເປົ້າ​ໝາຍຄອບ​ຄົວ​ທຸກ​ຍາກ​ຈົ່ງ​ມີ​ວຽກ​ງານ​ລະ​ອຽດໃດ​ໜຶ່ງ ເພື່ອ​ປະ​ກອ​ບ​ສ່ວນ​ເບິ່ງ​ແຍງ​ດູ​ແລ​ບັນ​ດາ​ຄອບ​ຄົວ​ນັ​ກ​ຮົບ​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ​ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວ​ນະ​ໂຍ​ບາຍ, ພິ​ເສດແມ່ນ​ຕ້ອງ​ຊ່ວຍ​ເຫຼືອ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ລູກ​ນັກ​ຮົບ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​, ອະ​ດິດ​ຊາວ​ໜຸ່ມ​ຕະ​ລຸມ​ບອນ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແລະ ຄອບ​ຄົວ​ນະ​ໂຍ​ບາຍ, ກໍ່​ສ້າງ​ເຮືອນ​ໃໝ່ຫຼື ສ້ອມ​ແປງ​ເຮືອນຫຼາຍຫຼັງ​ໃຫ້​ບັນ​ດາ​ຄອບ​ຄົວ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄ​ະ”

        ທີ່​ພິ​ທີ​ປ​ຸກ​ລະ​ດົມ, ກ່​ວາ 50 ອົງ​ການ, ສ່ວນ​ບຸ​ກ​ຄົນ, ວິ​ສາ​ຫະ​ກິດ​ໄດ້​ປະ​ກອບ​ສ່ວນ​ໃຫ້​ກອງ​ທຶນ​ຕອບບ​ຸນ​ແທນ​ຄຸນ​ຈຳ​ນວນ​ເງິນ​ເກື​ອບ 3,8 ຕື້​ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ