ປຸກລະດົມລາງວັນອາສາສະໝັກແຫ່ງຊາດປີ2016

ປຸກລະດົມລາງວັນອາສາສະໝັກແຫ່ງຊາດປີ2016 - ảnh 1
ທ່ານ ຫງວຽນ​ຟີ​ລອງ, ​ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກ່າວ​ຄຳ​ເຫັນ
ນະ​ພິ​ທີ​ປຸກ​ລະ​ດົມ
ພາບ:tienphong.vn


(vovworld)- ​​​ ​ລາງວັນ​ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ ສົມ​ທົບ​ກັບ​ລາຍ​ການ​ອາ​ສາ​ສະ​ໝັກ ສ​ປ​ຊ ປຸກ​ລະ​ດົມ ​ໃນວັນ​ທີ 1/8 ຢູ່ ຮ່າ​ໂນ້ຍ. ການມອບ​ລາງວັນ​ອາ​ສາສະ​ໝັກ​ແຫ່ງ​ຊາດ​ປີ 2016 ໄດ້ປະ​ກອບ​ສ່ວນ​ເຊີດ​ຊູ, ທະ​ວີ​ຄູນ​ແບບ​ຢ່າງ​ບຸກ​ຄົນດີ​ເດັ່ນ, ອົງ​ການ​ຈັດ​ຕັ້ງ​​ດີ​ເດັ່ນໄດ້​ມີ​ການ​ອຸ​ທິດ​ສ່ວນ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ວຽກ​ງານ​ອາ​ສາ​ສະ​ໝັກ​ເພື່ອ​ປະ​ຊາ​ຄົມ. ທ່ານ ຫງວຽນ​ຟີ​ລອງ, ​ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ, ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ປີ 2016, ​ຈະ​ມີການມອບ​ລາງວັນ​​ເຊີດ​ຊູ 10 ອົງ​ການ, ສ່ວນ​ບຸ​ກ​ຄົນ 10 ຄົນ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ອາ​ສາ​ສະ​ໝັກ​ເພື່ອ​ປະ​ຊາ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິ​ດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເວ​ລາ​ຮັບ​ສຳ​ເນົາ​ຜູ້​ອອກ​ສະ​ໝັກ ແລະ ສະ​ເຫນີ​ຜູ້​ໄດ້​ຮັບ​ລາງວັນ ເລີ່ມ​ແຕ່​ວັນ​ທີ 2/8 ຮອດ​ວັນ​ທີ 30/10/2016. ພິ​ທີມອບ​ລາງວັນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ​ປີ 2016 ຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 5/12 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ອາ​ສາ​ສະ​ໝັກ​​ສາ​ກົນ ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ