ປຸ​ກ​ລະ​ດົມ​ລາຍ​ການ “ຄວາມ​ໄຝ່ຝັນ​ສຳ​ລັບນ້ອງ”

(VOVWORLD) -ລາຍການ “ຄວາມໄຝ່ຝັນສຳລັບນ້ອງ” ເພື່ອແນໃສ່ແນະນຳ, ແຜ່ກະຈາຍ ແລະ ຮຽກຮ້ອງໃຫ້ສຸມແຫຼ່ງກຳລັງເພື່ອໜູນຊ່ວຍພັດທະນາການສຶກສາຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ປຸ​ກ​ລະ​ດົມ​ລາຍ​ການ “ຄວາມ​ໄຝ່ຝັນ​ສຳ​ລັບນ້ອງ” - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຸດຶກດາມ ກ່າວຄຳເຫັນພິທີ (ພາບ: VGP)

ໂດຍຕອບສະໜອງວັນແຫ່ງການທຳວຽກດີ ທົ່ວໂລກ - Good Deeds Day 2021 (11 ເມສາ), ຕອນບ່າຍວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ, ສູນກາງຊາວໜຸ່ມກອມມູນິດ ໂຮຈີມິນ, ສູນກາງສະພາກາແດງຫວຽດນາມ, ແຜນຮ່າງລະບົບພູນປັນຍາ ຫວຽດ ຫັນເປັນດີຈີຕອນ ໄດ້ສົມທົບກັນຈັດຕັ້ງພິທີປຸກລະດົມ ລາຍການ “ຄວາມໄຝ່ຝັນສຳລັບນ້ອງ”.

ລາຍການ “ຄວາມໄຝ່ຝັນສຳລັບນ້ອງ” ເພື່ອແນໃສ່ແນະນຳ, ແຜ່ກະຈາຍ ແລະ ຮຽກຮ້ອງໃຫ້ສຸມແຫຼ່ງກຳລັງເພື່ອໜູນຊ່ວຍພັດທະນາການສຶກສາຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຫວຸດຶກດາມ ເນັ້ນໜັກວ່າ:

ລາຍການນີ້ບໍ່ພຽງແຕ່ມີຄວາມຫວັງວ່າຈະໄດ້ຮັບເງິນຈັກຕື້ຈາກການປະກອບສ່ວນຂອງບັນດາຜູ້ອຸປະຖຳເທົ່ານັ້ນ ຫາກຍັງ ຫວັງໃຫ້ກາຍເປັນສະຖານທີ່ເຊື່ອມຕໍ່, ໜູນຊ່ວຍ ຂອງບໍ່ພຽງແຕ່ຜູ້ໃຈບຸນໃຈກຸສົນ ເທົ່ານັ້ນ ຫາກຍັງແມ່ນ ຂອງຄະນະພັກທຸກຂັ້ນ, ອຳນາດການປົກຄອງດ້ວຍວິທີການປຸກລະດົມບັນດາໂຮງຮຽນອີກດ້ວຍ. ບັນດາຄູສອນ, ພໍ່ແມ່ປະຊາຊົນ ຈະອັບເດດຂໍ້ມູນບັນດາຄວາມຮຽກຮ້ອງຕ້ອງການທີ່ຈຳເປັນທີ່ເປັນຂອງນັກຮຽນຂອງຕົນ ເພື່ອສົ່ງບັນດາຄວາມຮຽກຮ້ອງຕ້ອງການດັ່ງກ່າວໄປຍັງລາຍການ.

ທີ່ພິທີປຸກລະດົມລາຍການດັ່ງກ່າວ, ມີວິສາຫະກິດພາຍໃນປະເທດ ແລະ ສາກົນ ຫຼາຍແຫ່ງ ໄດ້ມອບຄຳໝັ້ນສັນຍາໜູນຊ່ວຍ, ຮ່ວມເດີນທາງພ້ອມກັບລາຍການ, ມອບໂຄງການ “ໂຮງຮຽນສວຍງາມຂອງນ້ອງ” 16 ແຫ່ງ ພ້ອມກັບຂອງຂວັນຫຼາຍພຸດ ຊຶ່ງມີຍອດມູນຄ່າ 127 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ