(ປຸກລະດົມວັນໂພສະນາການປີ2015)
(vovworld) - ວັນໂພສະນາການປີນີ້ດ້ວຍສານທີ່ວ່າ: “ໂພສະນາການທີ່ຈຳເປັນໃຫ້ແກ່ການເຕີບໃຫຍ່ ແລະ ພັດທະນາຂອງເດັກ“ ໂດຍກະຊວງສາທາລະນະສຸກປຸກລະດົມໃນຕອນເຊົ້າວັນທີ 25/5 ຢູ່ຮ່າໂນ້ຍ. ໂພສະນາການມີບົດບາດສຳຄັນຕໍ່ສຸຂະພາບຂອງມະນຸດ, ພິເສດແມ່ນສຳລັບການພັດທະນາດ້ານເນື້ອກາຍ ແລະ ມັນສະໝອງຂອງເດັກ. ທ່ານ ເຈືອງດິ່ງບັກ, ຮອງຫົວໜ້າກົມການແພດສຳຮອງ (ກະຊວງສາທາລະນະສຸກ), ໃຫ້ຮູ້ວ່າ:
“ເພື່ອຜັນຂະຫຍາຍວັນໂພສະນາການປີ 2015 ຢ່າງມີປະສິດທິຜົນ, ຂ້າພະເຈົ້າສະເໜີໃຫ້ຈັດຕັ້ງການແນະນຳ ແລະ ຜັນຂະຫຍາຍການເຄື່ອນໄຫວເພີ່ມວິຕາມີນ A ໃຫ້ເດັກໃນເກນອາຍຸຢ່າງມີປະສິດທິຜົນ. ຍູ້ແຮງການປະຕິບັດວຽກງານປ້ອງກັນ, ຕ້ານສະພາບຂາດໂພສະນາການ, ຍົກສູງຄວາມຮູ້ໃຫ້ປະຊາຊົນ ກ່ຽວກັບຄາບເຂົ້າທີ່ຮັບປະກັນດ້ານໂພສະນາການ ແລະ ອະນາໄມ, ຄວບຄຸມສະພາບອ້ວນພີ, ຮັດແຄບຊ່ອງຫວ່າງຂາດໂພະນາການສຳລັບເດັກນ້ອຍຢູ່ເຂດພາກຕ່າງໆ“.
ຢູ່ຫວຽດນາມ, ແຕ່ລະປີມີເດັກນ້ອຍ 5 ລ້ານກວ່າຄົນ ໄດ້ຮັບການເພີ່ມ ວິຕາມີນ A (2ເທື່ອ/ປີ) ແລະ ການໂຄສະນາກ່ຽວກັບການປ້ອງກັນ ແລະ ຕ້ານສະພາບຂາດເລືອດຍ້ອນຂາດທາດເຫຼັກ, ແລະ ທາດໄອໂອດິນ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ.