ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ຫວຽດນາມ - ຕວກກີ

(VOVWORLD) - ການນຳສອງທ່ານເປັນເອກະພາບກັນຫຼາຍມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ. ກ່ຽວກັບການເມືອງ - ການທູດ
ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ຫວຽດນາມ - ຕວກກີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan

ໃນແຜນການ ຕວກກີ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ພະຈິກ, ຢູ່ນະຄອນຫຼວງ Ankara, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan. ທີ່ການຕ້ອນຮັບ, ການນຳສອງທ່ານເປັນເອກະພາບກັນຫຼາຍມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ. ກ່ຽວກັບການເມືອງ - ການທູດ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກຍຸຕິທຳ ແລະ ພັດທະນາກຳອຳນາດຕວກກີ (AKP) ກໍ່ຄືລັດຖະບານ ແລະ ສະພາແຫ່ງຊາດສອງປະເທດ; ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ສອງພາກພື້ນ ແລະ ຢູ່ໃນໂລກ.

        ກ່ຽວກັບດ້ານເສດຖະກິດ, ທ່ານປະທານາທິບໍດີ Recep Tayyip Erdogan ຢັ້ງຢືນວ່າ: ຕວກກີ ມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ການຮ່ວມມືກ່ຽວກັບການຄ້າ, ການລົງທຶນກັບ ຫວຽດນາມ, ວາງເປົ້າໝາຍບັນລຸວົງເງິນການຄ້າສອງຝ່າຍ 5 ຕື້ ໂດລາສະຫະລັດ ໃນໄລຍະໃໝ່, ທ່ານປາດຖະໜາຢາກໃຫ້ສອງປະເທດເປີດກ້ວາງການຮ່ວມມືໃນບັນດາຂົງເຂດ: ການທ່ອງທ່ຽວ, ສາທາລະນະສຸກ, ພະລັງງານ…

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານ Numan Kurlulmus, ປະທານສະພາແຫ່ງຊາດ ຕວກກີ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຄວາມປາດຖະໜາຢາກປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບ ຕວກກີ ໃນທຸກຊ່ອງທາງ, ທັງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ, ຜ່ານນັ້ນ, ກໍ່ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງຊາດ, ປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ.

ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ຫວຽດນາມ - ຕວກກີ - ảnh 2ການເຮັດວຽກກັບປະທານສະພາແຫ່ງຊາດ ຕວກກີ

        ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຫຼາຍມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງສະພາແຫ່ງຊາດ ເວົ້າສະເພາະ ກ່ວາອີກ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບການນຳກຸ່ມບໍລິສັດ Hayat Holding ແລະ ການນຳບໍລິສັດການບິນ ຕວກກີ (Turkish Airlines). ທີ່ການຕ້ອນຮັບການນຳກຸ່ມບໍລິສັດ Hayat Holding, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ບໍລິສັດ Hayat Holding ສືບຕໍ່ຄົ້ນຄ້ວາການລົງທຶນ, ການຮ່ວມມືກັບບາງຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ມີກຳລັງຄວາມສາມາດຂອງ ຫວຽດນາມ ເພື່ອເປີດກ້ວາງ ແລະ ພັດທະນາຂົງເຂດທີ່ມີທ່າແຮງຂອງກຸ່ມບໍລິສັດຢູ່ ຫວຽດນາມ…

        ໃນການຕ້ອນຮັບການນຳບໍລິສັດການບິນ Turkish Airlines, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບໍລິສັດ Turkish Airlines ສືບຕໍ່ຍູ້ແຮງການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນກັບ Vietnam Airlines, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນສອງປະເທດ, ຈາກນັ້ນ ກໍ່ສົ່ງເສີມການເຕີບໂຕດ້ານການທ່ອງທ່ຽວຂອງກັນ…

        ແລະກໍ່ໃນວັນທີ 29 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕວກກີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ