ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ Minjoo ສ.ເກົາຫຼີ

        ຕອນບ່າຍວັນທີ 26 ມີນາ, ຢູ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lee Hae-chan ປະທານພັກ Minjoo ສ.ເກົາຫຼີ ນໍາໜ້າຄະນະຜູ້ແທນພັກ Minjoo ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານ Lee Hae-chan ປະທານພັກ Minjoo ແລະ ຄະນະຜູ້ແທນພັກ Minjoo ສ.ເກົາຫຼີ ແມ່ນໂອກາດເພື່ອໃຫ້ການນໍາສອງພັກ ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕີລາຄາສູງເລື່ອງສອງພັກໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມື, ພ້ອມທັງສະເໜີວ່າ ສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຫັນບົດບັນທຶກຊ່ວຍຈໍາໃຫ້ປະກົດຜົນເປັນຈິງ ປະກອບສ່ວນສ້າງພື້ນຖານສໍາຄັນ ເພື່ອປັບປຸງນໍ້າໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີນັບມື້ນັບເລິກເຊິ່ງຂຶ້ນຕື່ມ.

ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ - ảnh 1 ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Lee Hae-chan ປະທານພັກ Minjoo ສ.ເກົາຫຼີ 

        ກ່ອນໜ້ານັ້ນ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ Lee Hae-chan ປະທານພັກ Minjoo ສ.ເກົາຫຼີ ແລະ ຄະນະຜູ້ແທນພັກ Minjoo ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ຝ່າຍ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມທີ່ພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ນະທີ່ນີ້, ທ່ານ Lee Hae-chan ເນັ້ນໜັກວ່າ ຈະມານະພະຍາຍາມ ພ້ອມກັບການນໍາສອງພັກ, ສອງລັດ ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ສ້າງການພົວພັນຄູ່່ຮ່ວມມືລະຫວ່າງສ.ເກົາຫຼີ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ແລະ ນໍາການພົວພັນສອງຝ່າຍ ມຸ່ງໄປສູ່ລະດັບສູງໃໝ່; ພ້ອມທັງປາດຖະໜາວ່າ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນຢູ່ຫວຽດນາມ. ການນໍາສອງທ່ານກໍສະແດງຄວາມຕັດສິນໃຈ ຈະນໍາວົງເງິນການຄ້າສອງປະເທດໃຫ້ບັນລຸ 100 ຕື້ USD ໃນປີ 2020.     

        ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນພັກ Minjoo ຂອງ ສ.ເກົາຫຼີ  ກໍໄດ້ມີການເຈລະຈາກັບ ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ເປັນຫົວໜ້າ. ພາຍຫຼັງສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ Minjoo ສ.ເກົາຫຼີ


ຕອບກັບ

ຂ່າວ/ບົດ​ອື່ນ