ປະກາດຜົນຄົ້ນຄວ້າກ່ຽວກັບຊຸດ Gen ຂອງຄົນຫວຽດ

(VOVWORLD) -   ການຄົ້ນຄວ້າກ່ຽວກັບຢິນຂອງມະນຸດ Gen ແມ່ນມີຄວາມໝາຍອັນໃຫຍ່ຫຼວງໃນການໝູນໃຊ້ເຂົ້າໃນຊີວິດຕົວຈິງ, ພິເສດແມ່ນໃນຂົງເຂດແພດສາດ. 

     ຢູ່ຫວຽດນາມ, ບັນດານັກວິທະຍາສາດ ໄດ້ມານະພະຍາຍາມສຸມໃສ່ຄົ້ນຄວ້າ Gen ຂອງຄົນຫວຽດ ໃນຫຼາຍປີຜ່ານມາ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າໃນເບື້ອງຕົ້ນ. ຜົນຂອງການຄົ້ນຄວ້າດັ່ງກ່າວ ໄດ້ປະກາດໃນວັນທີ 2 ຕຸລາ ຢູ່ຮ່າໂນ້ຍ.

        ປັດຈຸບັນ, ບັນດານັກວິທະຍາສາດຂອງສະຖາບັນຄົ້ນຄວ້າລະບົບ Gen ສັງກັດ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ  ໄດ້ປະຕິບັດສໍາລັດການຊອກໄດ້ 600 ລະບົບ Gen genome. ຜົນຂອງການຄົ້ນຄວ້າ ໄດ້ພົບເຫັນ Gen  ສືບພັນໃໝ່ 111 ລຸ້ນ, ເຊິ່ງເປັນສັນຍາລັກສະເພາະຂອງຄົນຫວຽດ. ຜ່ານການຄົ້ນຄວ້າ ສາມາດຢັ້ງຢືນໃຫ້ເຫັນຄວາມເປັນຫຼາຍຮູບຫຼາຍສີ ຂອງການສືບພັນລະຫວ່າງບັນດາເຜົ່າ ແລະ ຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບຄວາມເປັນຫຼາຍຮູບຫຼາຍສີ ແລະ ການຈັດແບ່ງຂອງຊົນເຜົ່າ. ໄປຄຽງຄູ່ກັນນັ້ນ, ບັນດານັກວິທະຍາສາດ ໄດ້ ແລະ ກໍາລັງນໍາໃຊ້ວິທີວິໄຈ Gen ແລະ ລະບົບ Gen ເພື່ອຮັບໃຊ້ແກ່ການບົ່ງມະຕິພະຍາດ ແລະ ການປ່ິນປົ່ວພະຍາດຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ