ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດປີແມວ 2023

(VOVWORLD) -ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ ໄດ້ຈັດລາຍການ “ບຸນເຕັດວົງຄະນະຍາດ 2023” ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳ 4 ແຂວງທາງພາກໃຕ້ຂອງ ລາວ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດປີແມວ 2023 - ảnh 1ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ ໄດ້ຈັດລາຍການ “ບຸນເຕັດວົງຄະນະຍາດ 2023”
(ພາບ: TTXVN)

        ຕອນຄ່ຳວັນທີ 10 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ ໄດ້ຈັດລາຍການ “ບຸນເຕັດວົງຄະນະຍາດ 2023” ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳ 4 ແຂວງທາງພາກໃຕ້ຂອງ ລາວ (ອັດຕະປື, ສາລະວັນ, ເຊກອງ, ຈຳປາສັກ); ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ, ສະມາຄົມຊາວ ຫວຽດນາມ ແລະ ພໍ່ແມ່ພີ່ນ້ອງ, ຊາວ ຫວຽດນາມ ອາໄສຢູ່ 4 ແຂວງທາງພາກໃຕ້ລາວ ແລະ ແຂວງ ອຸບົນ ລາຊະທານີ (ໄທ). ທີ່ພິທີ, ທ່ານຫົວໜ້າສະຖານກົງສູນ ຫງວຽນວັນຈຸງ ສະແດງຄວາມເຊື່ອໝັ້ນວ່າ ປີ 2023, ປະຊາຄົມຊາວ ຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ ຢູ່ບໍລິເວນ 4 ແຂວງທາງພາກໃຕ້ຂອງ ລາວ ຈະສືບຕໍ່ມູນເຊື້ອສາມັກຄີກັນ, ຍູ້ແຮງການຜະລິດດຳເນີນທຸລະກິດ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນພວມອາໄສຢູ່, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ສະຖານກົງສູນ ຫວຽດນາມ ປະຈຳແຂວງ Battambang, ປະເທດ ກຳປູເຈຍ ໄດ້ຈັດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023. ມີແຂກຖືກເຊີນນັບຮ້ອຍຄົນທີ່ຕາງໜ້າໃຫ້ພໍ່ແມ່ປະຊາຊົນ ແລະ ວິສາຫະກິດ ຫວຽດນາມ ພວມລົງທຶນ, ດຳເນີນທຸລະກິດໃນບໍລິເວນແຂວງ ແລະ ແຂກຖືກເຊີນຂອງ ກຳປູເຈຍ ບາງທ່ານເຂົ້າຮ່ວມ. ເນື່ອງໃນໂອກາດນີ້, ສະຖານກົງສູນ, ດ້ວຍການສະໜັບສະໜູນຂອງບໍລິສັດ Metfone, ໄດ້ມອບຂອງຂວັນບຸນເຕັດກວ່າ 670 ພູດ ລວມມູນຄ່າກວ່າ 10.000 USD ໃຫ້ແກ່ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ຢູ່ບໍລິເວນ 7 ແຂວງທາງທິດຕາເວັນຕົກສ່ຽງເໜືອຂອງ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ