ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ອ​ວາ​ຍ​ໜ້າ​ສູ່​ພາກ​ກາງ

(VOVWORLD) -ບັນດາອົງການຄະນະ, ສະມາຄົມ ແລະ ສ່ວນບຸກຄົນ ບໍລິຈາກເງິນໄດ້ປະມານ 600 ລ້ານດົ່ງ. 
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ອ​ວາ​ຍ​ໜ້າ​ສູ່​ພາກ​ກາງ - ảnh 1ປະຊາຊົນເຂດພາກກາງຖືກຜົນກະທົບຢ່າງໜັກໜ່ວງຈາກຝົນຕົກ, ນ້ຳຖ້ວມ (ພາບ: TTXVN)
 ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ໄດ້ຕັ້ງໜ້າຮຽກຮ້ອງ, ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ. ໄລ່ຮອດວັນທີ 27 ຕຸລາ, ບັນດາອົງການຄະນະ, ສະມາຄົມ ແລະ ສ່ວນບຸກຄົນ ບໍລິຈາກເງິນໄດ້ປະມານ 600 ລ້ານດົ່ງ. ຈໍານວນເງິນດັ່ງກ່າວ ຈະໄດ້ສົ່ງກັບເມືອປະເທດ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ ໂດຍສະເພາະແມ່ນບັນດາຄອບຄົວທຸກຍາກ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ