ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດເຊື່ອໝັ້ນບັນດານະໂຍບາຍຖືກຕ້ອງຂອງລັດຖະບານກ່ຽວກັບທະເລຕາເວັນອອກ

ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດເຊື່ອໝັ້ນບັນດານະໂຍບາຍຖືກຕ້ອງຂອງລັດຖະບານກ່ຽວກັບທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 20/05, ປະຊາ​ຄົນ​ຊາວ​ຫວຽດນາມ ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງລາວ, ​ໄດ້​ຈັດ​ງານ​ໂຮມ​ຊຸມ​ນູນມິດ​ຕິງ​ຄັດຄ້ານ​​ເລື່ອງຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ທີ່ງານ​ໂຮມ​ຊຸມ​ນູນມິດ​ຕິງ​, ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ​ໄດ້​ເຫັນ​ດີ​ກັບ​ແນວທາງປະພຶດຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສະ​ແດງ​ນ້ຳ​ໃຈ​ສາມັກຄີ​ມຸ່ງ​ໄປ​ສູ່ບ້ານ​ເກີດ​ເມືອງ​ນອນ. ທ່ານ​ ຈູ​ບ໋າ​ແອ​ງ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ ຫຼວງ​ພະ​ບາງ ​ເນັ້ນ​ໜັກ​ວ່າ.

        “ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ຫຼວງ​ພະ​ບາງ​ ທຸກ​ຄົນ ​ຄັດຄ້ານ​ການ​ກະທຳ​ຜິດ​ຂອງ​ຈີນ ຢ່າງ​ແຮງ, ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981, ກຳ​ປັ່ນ​, ​ເຮືອນ​ບິນທັງ​ໝົດ​ອອກ​ຈາກ​ເຂດ​ທະ​ເລ, ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ບໍ່​ໄດ້ເຮັດ​ໃຫ້​​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ, ກໍ່ຄວາມ​ຂາດສະຖຽນລະພາບ, ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດໄພບົນ​ທະ​ເລ​ຕາ​ເວັນ​ອອກ​ອີກ”.

    ວັນ​ທີ 19/05, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ ກູ​ຍບາ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທີ່​ກ່າວ​ປະນາມ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​​​ໃນເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ຈົດໝາຍ​ໂດຍ​ທ່ານ​ປະທານ​ສະມາຄົມ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່ ກູ​ຍບາ ມາຍ​ຖາວເຊັນ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ກະທຳ​ຂອງ​ຝ່າຍ​ຈີນ ທີ່​​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ສົນທິ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ປີ 2002, ກໍ່​ຄື​ຄວາມ​ຮັບ​ຮູ້ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ກ່ຽວກັບບັນດາ​ຫຼັກການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ທະ​ເລ​ລະຫວ່າງ 2 ປະ​ເທດຢ່າງ​ຮ້າຍ​ແຮງ. ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູກູ​ຍບາ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ ອອກ​ຈາກເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ, ພ້ອມ​ທັງ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ລັດຖະບານ​ຫວຽດນາມ, ທັງ​ສະ​ແດງ​ໃຫ້ເຫັນນ້ຳ​ໃຈ​ຮັກ​ຫ້ອມ​ສັນ​ຕິ​ພາບ, ທັງ​ຕັດ​ສິນ​ໃຈ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ເຂດ​ທະ​ເລ, ​​ໝູ່​ເກາະ​ດ້ວຍ​ທຸກ​ວິທີ.

ຂ່າວ/ບົດ​ອື່ນ