ປະຊາຊົນມີຄວາມຫວັງຕໍ່ວຽກງານບຸກຄະລາກອນຂອງສູນກາງພັກ

ປະຊາຊົນມີຄວາມຫວັງຕໍ່ວຽກງານບຸກຄະລາກອນຂອງສູນກາງພັກ - ảnh 1
(ທ່ານ ຫງວຽນ​ຕຸກ, ກຳມະການຄະນະ​​ປະທານ​ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ)


​(vovworld) – ​ໜຶ່ງໃນບັນດາບັນຫາສຳຄັນທີ່​ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພວມດຳເນີນໄປຢູ່ຮ່າໂນ້ຍ ແມ່ນວຽກງານກະກຽມ ບຸກຄະລາກອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ມີ​ຄວາມ​ຫວັງ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ຈະ​ກວດກາ​ຢ່າງ​ລະອຽດ​ມາດຕະຖານ, ​ໂຄງ​ປະກອບ​ເພື່ອເຫັນດີ​ເປັນ​ເອກະ​ພາບ​ຕໍ່​ຖັນ​ແຖວ​ພະນັກງານ​ຄັ້ງ​ທີ 12, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ຍຸກ​ສະ​ໄໝຫັນປະ​ເທດ​ຊາດ​ເປັນ​​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ ຫງວຽນ​ຕຸກ, ກຳມະການຄະນະ​​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ສະ​ແດງ​ຄວາມ​ເຫັນ​ວ່າ.

        “ຫວັງ​ວ່າ, ດ້ວຍ​ວິທີ​ປະຕິບັດ​ຄື​ປະຈຸ​ບັນ​ຂອງ​ພັກໃນການບຳລຸງ​ສ້າງ, ຝຶກ​ອົບຮົມ, ຝຶກ​ຝົນ​ຫຼໍ່​ຫຼອມ​ພະນັກງານ​ຜ່ານ​ພຶດຕິ​ກຳ​ຕົວ​ຈິງ, ພວກ​ເຮົາ​ຈະ​ມີ​ຖັນ​​ແຖວ​ພະນັກງານ​ດີກ​ວ່າ. ຖ້າຢາກ​ໃຫ້​ດ​ີກວ່າ​ອີກ, ສຳລັບ​ບັນດາ​ພະນັກງານ​ທີ່​ໄດ້​ຮັບ​ການ​ບຳບຸງ​ສ້າງ​, ຄັດ​ເລືອກແລ້ວ, ກົມ​ການ​ເມືອງ, ຄະນະ​ເລຂາຕ້ອງ​ກວດກາ​ຄືນ ຜ່ານ​​ຄວາມໄວ້ວາ​ງ​ໃຈ​ຂອງ​ບັນດາ​ອົງການ​ການ​ເມືອງ, ສັງຄົມ​ ​ແລະ ຂອງ​ປະຊາຊົນ”.

        ທ່ານ​ຮອງ​ສາດສະດາຈານ, ດ.ຣ ຫງວຽນ​ກ໋ວກບາ​ວ, ຄູ​ສອນ​ຂັ້ນ​ສູງ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຖື​ວ່າ: ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 11 ​ເຕື້ອງ​ເຖິງ​ວຽກ​ງານພະນັກງານ​ຍຸດ​ທະ​ສາດ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ​ເທົ່າ​ນັ້ນ, ຫາກ​ຍັງ​ກ່ຽວຂ້ອງ​ເຖິງ​ພາລະກິດ​ປ່ຽນ​ໃໝ່​ຫັນ​ປະ​ເທດ​ຊາດ​ເປັນປະເທດອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ ​ແລະ ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ສາກົນ​ອີກ​ດ້ວຍ.

        “ບັນດາ​ພະນັກງານ​ເຂົ້າຮ່ວມ​ຊຸດ​ບຳລຸງສ້າງເປັນ​ພະນັກງານຫຼັກແຫຼ່ງ ລ້ວນ​ແຕ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຂັ້ນ​ຮາກ​ຖານຜ່ານ​ວິວັດ​ການ​ທົດ​ສອບ ​ແລະ ສູ້​ຊົນ. ຂ້າພະ​ເຈົ້າ​ເຫັນ​ວ່າ, ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ແມ່ນ​ລອບ​ຄອບ​​ຖີ່​ຖ້ວນ. ບໍ່​ພຽງ​ແຕ່​ແມ່ນ​ຮຽນ​ວິ​ຊາທິດ​ສະ​ດີ ມາກ​ເລ​ນິນ, ​ແນວທາງ​ຂອງ​ພັກ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮຽນ​ບັນດາ​ຫົວ​ເລື່ອງສະ​ເພາະ​ຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວຈິງທີ່ພວມ​ໄດ້​ວາງ​ອອກ​ຄື​: ເສດຖະກິດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ການທູດ…ອີກ​ດ້ວຍ. ​ເລື່ອງບຳ​ລຸງ​ສ້າງ​ດັ່ງກ່າວ​ໄດ້​​ສ້າງ​ເປັນຖັນ​ແຖວ​ພະນັກ​ງານທີ່​ມີ​ລະດັບ​ຄວາມ​ຮູ້, ມີ​ກຳລັງ​ຄວາມ​ສາມາດ ​ແລະ ມີ​ຄວາມ​ຮູ້​ທາງ​ດ້ານພຶດຕິ​ກຳ​ຕົວ​ຈິງ”.

ຂ່າວ/ບົດ​ອື່ນ