ປະຕິກິລິຍາຂອງບັນດາປະເທດກ່ຽວກັບເລື່ອງອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີຊີຣີ

(VOVWORLD) - ຫຼາຍປະເທດໄດ້ອອກສຽງຕຳໜິຕິຕຽນເຫດບຸກໂຈມຕີໃນຕອນເຊົ້າວັນທີ 14 ເມສາ ຂອງອາເມລິກາ, ອັງກິດ ແລະ ຝລັ່ງ ທີ່ແນໃສ່ຊີຣີ.
ປະຕິກິລິຍາຂອງບັນດາປະເທດກ່ຽວກັບເລື່ອງອາເມລິກາ, ອັງກິດ, ຝລັ່ງ ບຸກໂຈມຕີຊີຣີ - ảnh 1(ພາບປະກອບ: THX/TTXVN)

ວັນທີ 14 ເມສາ, ລັດຖະບານ ກູບາ ໄດ້ອອກຖະແຫຼງການຢືນຢັນວ່າ ເຫດບຸກໂຈມຕີຂອງອາເມລິກາ ແລະ ພັນທະມິດຝ່າຍຕາເວັນຕົກ ແນໃສ່ບັນດາຖານທີ່ໝັ້ນການທະຫານ ແລະ ພົນລະເຮືອນຢູ່ຊີຣີ ແມ່ນການກະທຳພຽງລຳພັງຝ່າຍດຽວ ແລະ ບໍ່ໄດ້ຮັບອະນຸຍາດຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ. ລາຮາວານ ໄດ້ຕຳໜິຕິຕຽນເຫດບຸກໂຈມຕີດັ່ງກ່າວແມ່ນການລະເມີດບັນດາຫຼັກການຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດຢ່າງຮ້າຍແຮງ, ແມ່ນການກະທຳສວຍໃຊ້ຕ້ານລັດທີ່ມີອະທິປະໄຕ, ເຮັດໃຫ້ການປະທະກັນຢູ່ພາຍໃນປະເທດ ແລະ ພາກພື້ນຮ້າຍແຮງຂຶ້ນຕື່ມ.

      ໃນຂະນະນັ້ນ, ໃນວັນດຽວກັນທ່ານເອກອັກຄະລັດຖະທູດຊີຣີ ປະຈຳຈີນ Imad Moustapha  ໃຫ້ຮູ້ວ່າ Damascus ຈະຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ມີການກະທຳຕ້ານຄືນ “ການລະເມີດຢ່າງຮ້າຍແຮງ” ຂອງອາເມລິກາ, ອັງກິດ ແລະ ຝລັ່ງ. ທ່ານ Moustapha ກໍ່ໄດ້ຂອບໃຈລັດຖະບານລັດເຊຍ ທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານຊີຣີ.

      ກົງກັນຂ້າມກັບບັນດາທັດສະນະດັ່ງກ່າວ, ທ່ານນາຍົກລັດຖະມົນຕີດານາດາ Justin Trdeau ແລະ ທ່ານເລຂາທິການໃຫຍ່ອົງການ NATO, Jens Stoltenberg, ກໍ່ລ້ວນແຕ່ ສະໜັບສະໜູນເຫດບຸກໂຈມຕີຂອງອາເມລິກາ, ອັງກິດ ແລະ ຝລັ່ງ ແນໃສ່ບັນດາຮາກຖານເຄມີຂອງຊີຣີ ຢ່າງແຂງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ