ປະຕິກິລິຍາຂອງປະເທດຕ່າງໆກ່ຽວກັບຄຳຕັດສິນຂອງ PCA

ປະຕິກິລິຍາຂອງປະເທດຕ່າງໆກ່ຽວກັບຄຳຕັດສິນຂອງ PCA - ảnh 1
ທ່ານ​ນາງ Hillary Clinton ໄດ້​ຊົມ​ເຊີຍ​ຄຳ​ຕັດ​ສິນ​ຂອງ​ PCA
(ພາບ​ປະ​ກອບ)

(vovworld) - ວັນ​ທີ 12/07, ພາຍ​ຫຼັງ​ PCA ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ​ຟີ​ລິບ​ປີນ ຮ້ອງ​ຟ້ອງ ຈີນ ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ອອ​ກ​ຖະ​ແຫຼງ​ການ​ຢືນ​ຢັນ​ຄຳ​ສັດ​ຕິນ​ຂອງ PCA ​ວ່າແມ່ນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ສຳ​​ລັບ​ຈຸດ​ໝາຍ​ລວມ​ຂອງ​ມາ​ດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ບັນ​ດາ​ບັນ​ຫາການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ​ ກະ​ຕຸກ​ຊຸ​ກ​ຍູ້​ທຸກ​ຝ່າຍ​ທີ່​​ມີ​ຄຳຖະ​ແຫຼງ​​ປະ​ກາດອະ​ທິ​ປະ​ໄຕ​ຫຼີກ​ລ້ຽງ​ບັນ​ດາ​ຄຳ​ຖະ​ແຫຼງ ​ຫຼື ການ​ກະ​ທຳ​ເກາະ​ຜິດ​ພາຍ​ຫຼັງ PCA ອອກ​ຄຳ​ຕັດ​ສິນ​. ວັນ​ທີ 12/07, ທ​ຳ​ນຽບ​ຂາວໄດ້​ຖະ​ແຫຼງ​ຄຳ​ຕັດ​ສິນ​ຂອງ PCA ຕ້ອງ​ໄດ​້​ຖື​ເປັນ​ຄຳ​ຕັດ​ສິ​ນ​ສຸດ​ທ້າຍ ແລະ ມີ​ລັກ​ສະ​ນະ​ບັງ​ຄັບ​ດ້ານ​ກົດ​ໝາຍ.

        ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັ​ກ​ປະ​ຊາ​ທິ​ປະ​ໄຕ ໃນ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ ໃນ​ປີ 2016, ທ່ານ​ນາງ Hillary Clinton ໄດ້​ຊົມ​ເຊີຍ​ຄຳ​ຕັດ​ສິນ​ຂອງ​ PCA. ຕາມ​ທ່ານ​ນາງ​ແລ້ວ, ທຸກ​ຝ່າຍ​ຕ້ອງ​ເຄົາ​ລົບ​ຄຳ​ຕັດ​ສິນ​ດັ່ງ​ກ່າວ ແລະ ສືບ​ຕໍ່​ເດີນ​ຕາມ​ມາດ​ຕະ​ການ​ສັນ​ຕິ​ພາບ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ. ທີ່​ປຶກ​ສາ​ຂອງຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ສາ​ທາ​ລະ​ນະ Donald Trump ໃຫ້​ຮູ້​ວ່າ, ທ່ານ Donald Trump ກໍ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ​​ຕ້ອງເຄົາ​ລົບ​ຄຳ​ຕັດ​ສິນ​ຂອງ PCA ໃນ​​ກໍ​ລ​ະ​ນີ​ຮ້ອ​ງ​ຟ້ອງ​ຂອງ​ຟີ​ລິບ​ປີນ.

        ວັນ​ທີ 12/07, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ໄ​ດ້​ອອກ​ຖະ​ແຫຼງ​​ການໂດຍ​ຖື​ວ່າ, ຄຳ​ຕັດ​ສິນ​ຂອງ PCA ແມ່ນ​ຄຳ​ຕັດ​ສິນ​ສຸດ​ທ້າຍ ແລະ ມີ​ລັກ​ສະ​ນະ​ບັງ​ຄັບ​ດ້ານ​ກົດ​ໝາຍ, ຕາມ​ນັ້ນ​ແລ້ວ, ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​ຄຳ​ຕັດ​ສິນ​ດັ່ງ​ກ່າວ.

        ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີິນ Perfecto Yasay ໄ​ດ້​ອອກ​ຖ​ະ​ແຫຼງ​ການຊົ​ມ​ເຊີຍ​ຄຳ​ຕັດ​ສິນ​ຂອງ PCA, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຄວນ​ລະ​ງັບ​ໃຈ. ຟີ​ລິບ​ປີນ ຢືນ​ຢັນ​ການ​ເຄົາ​ລົບ​ຄຳ​ຕັດ​ສິນ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽ​ວນີ້, ຖືນີ້​ແມ່ນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ທີ່​ພວມ​ດຳ​ເນີນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ.

        ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂ​ປ ກໍອອກ​ຖະ​ແຫຼງ​​ການຮຽກ​ຮ້ອງ​ທຸກ​ຝ່າຍ​ຕ້ອງ​ເຄົາ​ລົບ​ຢ່າງ​ຄົບ​ຖ້ວນ​ບັນ​ດາ​ຂັ້ນ​ຕອນ​ດ້ານ​ກົດ​ໝາຍ ແລະ ການ​ທູດ, ລະ​ງັບ​ໃຈ ແລະ ​ຫຼີິກ​ລ້ຽງ​​ການດຳ​ເນີນບໍ່​ວ່າ​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ. ສິງ​ກະ​ໂປ ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ດາ​ການ​​ຂັດ​ແຍ້ງ​​ກັນ​ແມ່ນໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ຫຼັກ​ການ​ທີ່​ໄ​ດ້​ຮັບ​ການ​ຮັບ​ຮູ້​ຂອງ​ກົ​ດ​ໝາຍ​ສາ​ກົນ, ລວມ​ທັງ UNCLOS.

        ໃນ​ຂະ​ນະ​ນັ້ນ, ວັນ​ທີ 12/07, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ອອ​ກ​ຖະ​ແຫຼງ​ການ​ຢືນ​ຢັນ​ວ່າ ປະ​ເທດນີ້ບໍ່​ຍອມ​ຮັບຄຳ​ຕັດ​ສິນ​ຂອງ PCA.


ຂ່າວ/ບົດ​ອື່ນ