ປະຕິກິລິຍາຂອງຝ່າຍຕາເວັນຕົກຈະບໍ່ບັງຄັບໃຫ້ ລັດເຊຍ ປ່ຽນແຜນການອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ

(VOVWORLD) - ກ່ອນໜ້ານັ້ນ, ວັນເສົາ (25 ມີນາ), ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ມົດສະກູ ແລະ Minsk ໄດ້ເຫັນດີເປັນເອກະພາບ ກ່ຽວກັບການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ
ປະຕິກິລິຍາຂອງຝ່າຍຕາເວັນຕົກຈະບໍ່ບັງຄັບໃຫ້ ລັດເຊຍ ປ່ຽນແຜນການອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ - ảnh 1ທ່ານ Dmitry Peskov, ເລຂາດ້ານສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ
(ພາບ:Rianovosti )

ວັນທີ 27 ມີນາ, ທ່ານ Dmitry Peskov, ເລຂາດ້ານສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ໄດ້ປະກາດແຜນການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ ຈະບໍ່ມີການປ່ຽນແປງໂດຍບໍ່ຫົວຊາຕໍ່ປະຕິກິລິຍາຂອງບາງປະເທດ.

          ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ມົດສະກູ, ທ່ານ Dmitry Peskov ເນັ້ນໜັກວ່າ:

        “ແນ່ນອນວ່າ, ປະຕິກິລິຍາຄືດັ່ງກ່າວຈະບໍ່ສາມາດເຮັດໃຫ້ປ່ຽນແປງແຜນການຂອງລັດເຊຍໄດ້. ທ່ານປະທານາທິບໍດີ Putin ໄດ້ອະທິບາຍທຸກຢ່າງໃນຖະແຫຼງການຂອງຕົນໃນການຕອບສຳພາດໃນວັນເສົາ”.

        ກ່ອນໜ້ານັ້ນ, ວັນເສົາ (25 ມີນາ), ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ມົດສະກູ ແລະ Minsk ໄດ້ເຫັນດີເປັນເອກະພາບ ກ່ຽວກັບການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ. ສາຍເຫດແມ່ນຍ້ອນຖະແຫຼງການຂອງ ລາຊະອານາຈັກ ອັງກິດ ກ່ຽວກັບການສະໜອງລູກປືນທີ່ມີທາດ uranium ໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ