ປະຕິກິລິຍາຂອງສາກົນກ່ຽວກັບເລື່ອງ ອາເມລິກາ ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ

(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຢັ້ງຢືນວ່າ: ຝຣັ່ງ ບໍ່ສະໜັບສະໜູນເລື່ອງທ່ານປະທານາທິບໍດີ Trump ຕັດສິນຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ “ພຽງລຳພັງຝ່າຍດຽວ”
ປະຕິກິລິຍາຂອງສາກົນກ່ຽວກັບເລື່ອງ ອາເມລິກາ ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres  

ຕໍ່ໜ້າເຫດການທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ ຢ່າງເປັນທາງການ, ວັນທີ 6 ທັນວາ, ຄະນະການນຳສະພາຄວາມໝັ້ນຄົງ ສປຊ ປະກາດວ່າຈະຈັດການປະຊຸມດ່ວນໃນວັນທີ 8 ທັນວາ. ກໍ່ໃນວັນທີ 6 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ປະກາດວ່າບໍ່ ມີມາດຕະການໃດປ່ຽນແທນໃຫ້ມາດຕະການ 2 ລັດລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ, ແລະ Jerusalem ແມ່ນບັນຫາກົດລະບຽບສຸດທ້າຍຕ້ອງໄດ້ຮັບການແກ້ໄຂຜ່ານການເຈລະຈາໂດຍກົງ. ທ່ານ Guterres ໃຫ້ຄຳໝັ້ນສັນຍາວ່າຈະເຮັດທຸກສິ່ງທຸກຢ່າງໃນຂອບເຂດສິດອຳນາດຂອງຕົນເພື່ອໜູນຊ່ວຍບັນດາການນຳ ອິດສະຣາແອນ ແລະ ປາແລດສະຕິນ ກັບຄືນສູ່ບັນດາການເຈລະຈາມີຄວາມໝາຍ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຢັ້ງຢືນວ່າ: ຝຣັ່ງ ບໍ່ສະໜັບສະໜູນເລື່ອງທ່ານປະທານາທິບໍດີ Trump ຕັດສິນຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ “ພຽງລຳພັງຝ່າຍດຽວ”, ພ້ອມທັງຮຽກຮ້ອງໃຫ້ທົ່ວພາກພື້ນຈົ່ງລະງັບໃຈ. ໃນຖະແຫຼງການເມື່ອວັນທີ 6 ທັນວາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ  Angela Merkel ຢັ້ງຢືນວ່າ ແບັກແລງ ບໍ່ສະໜັບສະໜູນຄຳຕັດສິນຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ ຂອງທ່ານປະທານາທິບໍດີ Trump; ເນັ້ນໜັກເຖິງບັນຫາ Jerusalem ຕ້ອງໄດ້ຍົກອອກມາເຈລະຈາໃນຂອບເຂດມາດຕະການ 2 ລັດ. ທ່ານນາຍົກລັດຖະມົນຕີ ອັງກິດ Theresa May ຊີ້ແຈ້ງວ່າ ລັດຖະບານ ອັງກິດ ບໍ່ເຫັນດີຕໍ່ຂໍ້ຕົກລົງຂອງການນຳທຳນຽບຂາວ, ຖືວ່າ, ບາດກ້າວນີ້ “ບໍ່ມີຜົນປະໂຫຍດ” ໃຫ້ບັນດາຄວາມມານະພະຍາຍາມແກ້ໄຂສັນຕິພາບຢູ່ ຕາເວັນອອກກາງ.

        ໃນຂະນະນັ້ນ, ວັນທີ 6 ທັນວາ, ອິດສະຣາແອນ ໄດ້ອອກສຽງຊົມເຊີຍຂໍ້ຕົກລົງຮັບຮອງເອົາ Jerusalem ແມ່ນນະຄອນຫຼວງ ຂອງອິດສະຣາແອນ ຂອງທ່ານປະທານາທິບໍດີ Donald Trump. ນີ້ແມ່ນປະຕິກິລິຍາຕັ້ງໜ້າໜຶ່ງດຽວເຊິ່ງ ວໍຊິງຕັນ ໄດ້ຮັບໃນບັນດາທັດສະນະທີ່ມີຄວາມວິຕົກວັງວົນ ແລະ ຫຍໍ້ທໍ້ຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ