ປະທານ EuroCham ປະ​ຈໍາ ຫວຽດນາມ: ​ເລີ່​ມຕົ້ນ​ໄລ​ຍະ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ກັບ ອີ​ຢູ

(VOVWORLD) -EuroCham ສະແດງຄວາມຊົມເຊີຍຕໍ່ເລື່ອງ ສະພາແຫ່ງຊາດຫວຽດນາມ ບັນລຸໝາກຜົນຢ່າງຕັ້ງໜ້າໃນການປ່ອນບັດໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA, ພ້ອມທັງໃຫ້ຂໍ້ສັງເກດວ່າ ສັນຍາ EVFTA ຈະເປີດສັງກາດໃໝ່ ເຊິ່ງການເຄື່ອນໄຫວທາງການຄ້າ ແລະ ການລົງທຶນຈະໄດ້ຮັບການເປີດກວ້າງ ແລະ ຈະເປີດຕະຫຼາດໃໝ່ໃຫ້ແກ່ການລົງທຶນ ແລະ ປ່ຽນແປງໃໝ່ຂອງ ເອີຣົບ, ພ້ອມທັງຊຸກຍູ້ການພັດທະນາແບບຍືນຍົງຢູ່ຫວຽດນາມ. 
ປະທານ EuroCham ປະ​ຈໍາ ຫວຽດນາມ: ​ເລີ່​ມຕົ້ນ​ໄລ​ຍະ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ກັບ ອີ​ຢູ - ảnh 1 ທ່ານ Nicolas Audier ປະທານຫ້ອງການການຄ້າເອີຣົບ ປະຈໍາ ຫວຽດນາມ (ພາບ: TTXVN)

ພາຍຫຼັງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ - ອີຢູ (EVIPA) ໃນຕອນເຊົ້າວັນທີ 8 ມິຖຸນາ, ທ່ານ Nicolas Audier ປະທານຫ້ອງການການຄ້າເອີຣົບ ປະຈໍາ ຫວຽດນາມ (EuroCham) ໃຫ້ຮູ້ວ່າ: EuroCham ສະແດງຄວາມຊົມເຊີຍຕໍ່ເລື່ອງ ສະພາແຫ່ງຊາດຫວຽດນາມ ບັນລຸໝາກຜົນຢ່າງຕັ້ງໜ້າໃນການປ່ອນບັດໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA, ພ້ອມທັງໃຫ້ຂໍ້ສັງເກດວ່າ ສັນຍາ EVFTA ຈະເປີດສັງກາດໃໝ່ ເຊິ່ງການເຄື່ອນໄຫວທາງການຄ້າ ແລະ ການລົງທຶນຈະໄດ້ຮັບການເປີດກວ້າງ ແລະ ຈະເປີດຕະຫຼາດໃໝ່ໃຫ້ແກ່ການລົງທຶນ ແລະ ປ່ຽນແປງໃໝ່ຂອງ ເອີຣົບ, ພ້ອມທັງຊຸກຍູ້ການພັດທະນາແບບຍືນຍົງຢູ່ຫວຽດນາມ. ຫວຽດນາມ ສາມາດແຊກຊຶມເຂົ້າຕະຫຼາດຮັບໃຊ້ປະຊາກອນປະມານ 500 ລ້ານ ຄົນ ຂອງ ອີຢູ, ກົງກັນຂ້າມ, ບັນດາວິສາຫະກິດຂອງ ເອີຣົບ ກໍສາມາດດໍາເນີນທຸລະກິດ ແລະ ລົງທຶນຢູ່ຫວຽດນາມ.

         ທ່ານ Nicolas Audier ໃຫ້ຮູ້ວ່າ EuroCham ພ້ອມກັບ 17 ອະນຸກໍາມະການຂະແໜງອາຊີບ, ໂດຍຕາງໜ້າໃຫ້ວິສາຫະກິດສະມາຊິກກວ່າ 1.000 ແຫ່ງ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອຮັບປະກັນໃຫ້ບັນດາຝ່າຍທັງໝົດສາມາດຂຸດຄົ້ນທ່າແຮງບົ່ມຊ້ອນຂອງສັນຍາ EVFTA ໃນປະຈຸບັນ ແລະ ອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ