ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກຢູ່ແຂວງບິ່ງດິ້ງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກຢູ່ແຂວງບິ່ງດິ້ງ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ບິ່ງ​ດິ້ງ
(ພາບ: VGP/Từ Lương)

(vovworld) – ​ວັນ​ທີ 3/12, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ບິ່ງ​ດິ້ງ. ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ​ຂອງ​ແຂວງ​ ບິ່ງ​ດິ້ງ ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖີ່ນ ແລະ ສະ​ເໜີ​ການ​ນຳ​ແຂວງ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ເຖິງວຽກ​​ງານກໍ່​ສ້າງ​ສະ​ຫະ​ກອ​ນ. ທ່ານ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ: ແຂ​ວງ​ຄວນ​ກຳ​ນົດ​​ມາດ​ຖານ​ຕີ​ລາ​ຄາ​ສະ​ຫະ​ກອນ. ບົດ​ບາດ​ ແລະ ທີ່​ຕັ້ງ​ຂອງ​ສະ​ຫະ​ກອນ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ແມ່ນ​ບ່ອນ​ເຊື່ອມ​ຕໍ່​ຕະຫຼາດ​ພາຍ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ດ້ວຍ​ບັນ​ດາ​ຄູ່​ຮ່ວມ​ມື​​ຜະ​ລິດດຳ​ເນີນ​ທຸ​ລະ​ກິດ. ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ່​ຕີ​ລາ​ຄາ​ສູງ​ແຜນ​ນະ​ໂຍ​ບາຍ​ຂອງ​ແຂວງ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ກັ່ນ​ນ້ຳ​ມັນ​ຢູ່​ເຂດ​ເສດ​ຖະ​ກິດ ເຍີນ​ໂຮ້ຍ.

        ກ່ອນ​ໜ້ານັ້ນ, ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ລົງ​ຢ້ຽມ​ຢາມ​ສະ​ຫະ​ກ​ອນ​ກະ​ສິ​ກຳ ເຍີນ​ທໍ້ 2 ແລະ ສະ​ຫະ​ກອນ ເຟືອກ​ໂລກ, ພົບ​ປະ​ກັບ​ຊາວ​ປະ​ມົງ, ນັກ​ຮຽນ​ເກັ່ງ, ຄູ​ສອນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ.


ຂ່າວ/ບົດ​ອື່ນ