ປະທານປະເທດ Truong Tan Sang ພົບປະກັບຜູ້ວ່າການແທນປະທານ Duma ແຫ່ງຊາດ ລັດເຊຍ

ປະທານປະເທດ Truong Tan Sang ພົບປະກັບຜູ້ວ່າການແທນປະທານ Duma ແຫ່ງຊາດ ລັດເຊຍ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ທ່ານ ຜູ້​ວ່າການ​ແທນ​ປະທານ Duma ​ແຫ່ງ​ຊາດ​ລັດ​ເຊຍ
(ພາບ: VNA)

(vovworld) - ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 28/7, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ວ່າການ​ແທນ​ປະທານ Duma ​ແຫ່ງ​ຊາດ​ລັດ​ເຊຍ (ຫຼື ສະພາ​ຕຳ່​) ສະຫະພັນ ລັດ​ເຊຍ ທ່ານ I. Mennhikop. ທີ່​ການ​ພົບ​ປະ, ທ່ານ​ຜູ້​ວ່າການ​ແທນ​ປະທານ Duma ​ແຫ່ງ​ຊາດ Mennhikop ຢືນຢັນ​ວ່າ: Duma ​ແຫ່ງ​ຊາດ ລັດ​ເຊຍ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ, ພິ​ເສດ ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ສຳ​ຄັນ​ທີ່​ບັນລຸ​ໄດ້. ທ່ານ​ປະທານ​ປະ​ເທດ Truong Tan Sang ກໍ​ສະ​ເໜີ​ວ່າ: Duma ​ແຫ່ງ​ຊາດ​ລັດ​ເຊຍ ຈະ​ໜູນ​ຊ່ວຍ​ຫວຽດນາມ ຍົກ​ສູງ​ລະດັບ​ຂອງ​ພະນັກງານ​ສະ​ເພາະກິດ ສະພາ​ແຫ່ງ​ຊາດ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ນັບ​ມື້​ນັບ​ສູງ ຂອງ​ວຽກ​ງານ​ນິຕິບັນຍັດ​ຂອງ​ຫວຽດນາມ.

        ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ຜູ້​ວ່າການ​ແທນ​ປະທານ Duma ​ແຫ່ງ​ຊາດ​ລັດ​ເຊຍ I. Mennhikop ​ເຊື່ອ​ໝັ້ນ​ວ່າ ອົງ​ການ​ນິຕິ​ບັນຍັດ​ຂອງ​ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ຢູ່​ບັນດາ​ຂັ້ນ ​ແລະ ຂະ​ແໜງ​ການ​ຕ່າງໆ, ສືບ​ຕໍ່​ຮ່ວມ​ມື​ໃນ​ເວທີ​ສາກົນ, ສົມທົບ​ກັນ​ໃນ​ການ​ຮັບປະກັນ​ຜົນ​ສັກສິດ ​ແລະ ລັກສະນະ​​ເປັນ​ໄປ​ໄດ້​ຂອງ​ບັນດາ​ສົນທິສັນຍາ​ສາກົນ ​ເຊິ່ງທັງ 2 ຝ່າ​ຍຕ່າງ​ກໍ​ເຂົ້າ​ຮ່ວມ. ທ່ານ​ປະ​ທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ຜູ້​ວ່າການ​ແທນ​ປະທານ Duma ​ແຫ່ງ​ຊາດ​ລັດ​ເຊຍ I. Mennhikop ຕີ​ລາຄາ​ສູງ​ເລື່ອງ​ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ຖືວ່າ​ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ ສະພາ​ແຫ່ງ​ຊາດ 2 ປະ​ເທດ. ຢັ້ງຢືນ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ ​ເພື່ອ​ໃຫ້​ບັນດາ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ເສີມ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ເລື່ອງ​ເພີ່ມ​ທະວີ​ການ​ພົ​ວພັນ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ຕອນ​ບ່າຍ​ວັນ​ທີ 29/7(ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີ​ນທາງ​ອອກ​ຈາກ ມົດ​ສະ​ກູ ​ໄປຢ້ຽມຢາມ​ເຂດ​ປົກຄອງ​ຕົນ​ເອງ Nhenhetxky ​ແລະ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ພິທີ​ນຳ​​ແຮ່ນ້ຳມັນ Khoxedaut ຂອງ Rusvietpetro ​ເຂົ້າ​ຂຸດ​ຄົ້ນ.

ຂ່າວ/ບົດ​ອື່ນ