ປະ​ທານ​ປະ​ເທດ ຍ້ອງ​ຍໍ​ຊົມ​ເຊີຍ ທິມ​ບານ​ເຕະ​ຍິງ ຫວຽດ​ນາມ

(VOVWORLD) -ພາຍຫຼັງທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ໄທດ້ວຍ 1 – 0 ໃນນັດແຂ່ງຂັນຊີງຊະນະເລີດ ທີ່ດຳເນີນໃນຕອນຄ່ຳວັນທີ 21 ພຶດສະພາ ເພື່ອຄ້ວາຫຼຽນຄຳ ປະເພດບານເຕະຍິງ ຢູ່ SEA Games 31, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍ, ສັນລະເສີນ.

ປະ​ທານ​ປະ​ເທດ ຍ້ອງ​ຍໍ​ຊົມ​ເຊີຍ ທິມ​ບານ​ເຕະ​ຍິງ ຫວຽດ​ນາມ - ảnh 1ທິມບານເຕະຍິງ ຫວຽດນາມ (ພາບ: VGP)

ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກເຕະບານຍິງ ມີການແຂ່ງຂັນ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ, ມີຄວາມສາມັກຄີ, ເສີມຂະຫຍາຍຈິດໃຈລວມໝູ່, ຊ່ວຍໃຫ້ທິມບານເຕະຍິງ ຫວຽດນາມ ຍາດໄດ້ຫຼຽນຄຳຄັ້ງທີ 3 ຢ່າງລຽນຕິດ ປະເພດບານເຕະຍິງ ອາຊີຕາເວັນອອກສ່ຽງໃຕ້. ນີ້ກໍ່ແມ່ນຫຼຽນຄຳທີ 7 ຂອງທິມບານເຕະຍິງ ຫວຽດນາມ ໃນການແຂ່ງຂັນ SEA Games.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຂອບອົກຂອບໃຈຕໍ່ແຟນບານເຕະຍິງ ຍາມໃດກໍ່ໃຫ້ກຳລັງໃຈ, ນຳຄວາມຮັກແພງກິລາ ແລະ ຄວາມພາກພູມໃຈຊົນຊາດເປັນຈິດຫນຶ່ງໃຈດຽວ, ສ້າງກຳລັງແຮງດ້ານຈິດໃຈ ເພື່ອເພີ່ມກຳລັງໃຫ້ແກ່ບັນດານັກເຕະບານຍິງ ເພື່ອຍາດໄດ້ໄຊຊະນະຜ່ານແຕ່ລະນັດ, ນຳມາເຊິ່ງຄວາມກຽດສະຫງ່າມາໃຫ້ປະເທດຊາດ, ຄວາມເບີກບານມ່ວນຊື່ນໃຫ້ແກ່ແຟນບານເຕະ ແລະ ຄວາມເອກອ້າງທະນົງໃຈຂອງບານເຕະຍິງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ