ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ​ຕ້ອນ​ຮັບ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ປະ​ຈຳ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 26 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Tredene Cherie Dobson ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ. 
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ​ຕ້ອນ​ຮັບ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ປະ​ຈຳ ຫວຽດ​ນາມ - ảnh 1ປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Tredene Cherie Dobson (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ເນັ້ນໜັກວ່າ ນິວຊີແລນໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດສຳຄັນ ຂອງ ຫວຽດນາມ, ທ່ານປະທານປະເທດ ໄດ້ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາຮູບການແລກປ່ຽນຢ່າງມີໄຫວພິບ, ນັບທັງຮູບແບບທາງໄກ, ລົງນາມໂຄງການກະທຳ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໃນປີນີ້, ສ້າງຄວາມສະດວກໃຫ້ແກ່ການສັນຈອນໄປມາ ແລະ ແລກປ່ຽນການຄ້າ, ການລົງທຶນ, ການແຊກຊືມເຂົ້າຕະຫຼາດ ສຳລັບຜະລິດຕະພັນກະສິກຳ, ສິນໃນນ້ຳ…

ທ່ານປະທານປະເທດ ມີຄວາມປາດຖະໜາວ່າ ສອງປະເທດຈະສຸ້ຊົນ ນຳວົງການການຄ້າບັນລຸໄດ້ 2 ຕື້ USD ໃນປີ 2024. ສອງຝ່າຍຕ້ອງເສີມຂະຫຍາຍການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຫຼາຍກ່ວາອີກ ຢູ່ບັນດາກອງປະຊຸມ, ເວທີປາໄສຫຼາຍຝ່າຍ ກໍ່ຄືໃນບັນຫາຍຸດທະສາດຢູ່ພາກພື້ນ ແລະ ສາກົນ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ປະທານາທິບໍດີ ເຄັນຢາ Uhuru Kenyatta ຊຶ່ງແມ່ນປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ ເດືອນ ຕຸລາ ປີ 2021,ຕອນຄ່ຳວັນທີ 28 ຕຸລາ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສູງແບບທາງໄກ ກ່ຽວກັບການຮ່ວມມືລະຫວ່າງ ສປຊ ກັບ ສະຫະພາບອາຟຼິກກາ ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມັກຄີ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ໃນສະພາບແວດລ້ອມ ທີ່ມີການປະທະກັນ ພວມປ່ຽນແປງ.”

ຕອບກັບ

ຂ່າວ/ບົດ​ອື່ນ