ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມກອງບັນຊາການທະຫານພິເສດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບຂອງກຳລັງທະຫານພິເສດ ຢູ່ເຫຼົ່າຮົບ ທະຫານພິເສດ.
ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມກອງບັນຊາການທະຫານພິເສດ - ảnh 1ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມກອງບັນຊາການທະຫານພິເສດ
(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2023), ຕອນເຊົ້າວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບຂອງກຳລັງທະຫານພິເສດ ຢູ່ເຫຼົ່າຮົບ ທະຫານພິເສດ.

        ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຊີ້ແຈ້ງໜ້າທີ່ຂອງກອງທັບເວົ້າລວມ ແລະ ທະຫານພິເສດເວົ້າສະເພາະແມ່ນຍາມໃດກໍ່ແກ້ໄຂທຸກສະພາບການໃຫ້ມີປະສິດທິຜົນສູງສຸດ. ທ່ານເວົ້າວ່າ:

        “ພວກເຮົາມີແຜນນະໂຍບາຍປົກປັກຮັກສາປະເທດຊາດນັບແຕ່ຫົວທີ, ແຕ່ຍາມໃດກໍ່ກຽມພ້ອມຮັບມືກັບທຸກສະພາບການ. ດັ່ງນັ້ນ, ຂ້າພະເຈົ້າຊົມເຊີຍບັນດານັກຮົບ ທີ່ຝຶກອົບຮົມຢ່າງມີປະສິດທິຜົນ ແລະ ມີຄວາມເມົາມົວ. ຊົມເຊີຍບັນດານັກຮົບຝຶກອົບຮົມໃຫ້ເປັນຢ່າງດີ”.

        ທ່ານປະທານປະເທດ ເຊື່ອໝັ້ນວ່າ ເຫຼົ່າຮົບທະຫານພິເສດ ຈະສ້າງຫຼາຍຜົນງານກ່ວາອີກ, ສົມເປັນກຳລັງຍອດຢ້ຽມຂອງກອງທັບປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ