(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ຮູງກາຣີ Ader Janos, ຄໍ່າຄືນວັນທີ 15 ກັນຍາ, ຕາມເວລາຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງ Budapest, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຮູງກາຣີ ໃນລະຫວ່າງວັນທີ 15 – 17 ກັນຍາ. ການຢ້ຽມຢາມຄັ້ງນີ້ ເພື່ອແນຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຮູງກາຣີ. ພາຍຫຼັງໄປຮອດນະຄອນຫຼວງ Budapest, ທ່ານປະທານປະເທດ ແລະ ພັນລະຍາພ້ອມກັນຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ໂອ້ລົມສົນທະນາກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ຮູງກາຣີ. ທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ຕີລາຄາສູງບັນດາຄວາມານະພະຍາຍາມຂອງພະນັກງານ, ພາລະກອນສະຖານທູດຫວຽດນາມ, ກໍ່ຄືຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຂອງພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດຢູ່ຮູງກາຣີ. ທ່ານປະທານປະເທດສະເໜີໃຫ້ພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮູງກາຣີ ສືບຕໍ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ພ້ອມທັງແລກປ່ຽນ, ຊອກຮູ້ບັນດາຂົງເຂດເຊິ່ງຮູງກາຣີ ມີຄວາມສາມາດບົມຊ້ອນ ເພື່ອຊຸກຍູ້ການຮ່ວມມື ເພື່ອຜົນປະໂຫຍດລວມຂອງ 2 ປະເທດ.