ປະທານປະເທດ ເຈືອງເຕິ໋ນຊາງ ໂອ້ລົມສົນທະນາກັບຜູ້ເຂົ້າຮ່ວມຊຸດບຳລຸງແຫຼ່ງຊັບພະຍາກອນຂັ້ນສູງຊຸດທີ 3

ປະທານປະເທດ ເຈືອງເຕິ໋ນຊາງ ໂອ້ລົມສົນທະນາກັບຜູ້ເຂົ້າຮ່ວມຊຸດບຳລຸງແຫຼ່ງຊັບພະຍາກອນຂັ້ນສູງຊຸດທີ 3 - ảnh 1
ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ
(ພາບປະກອບ)

​(vovworld) - ໃນ​ການໂອ້​ລົມ​ສົນທະນາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຕອບ​ບັນດາ​ຄຳ​ຖາມ ​ແລະ ຂໍ້​ມູນ​ຂ່າວກ່ຽວ​ກັບ​ທັດສະນະ, ມາດ​ຕະການ​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຕໍ່ໜ້າ ​ແລະ ຍາວ​ນານຢ່າງ​ກົງ​ໄປ​ກົງ​ມາ, ພິ​ເສດ​ສຳລັບ​ການຕໍ່ສູ້​ຄັດຄ້ານຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນໄຮ​ຢາງ 981 ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ທ່ານປະທານ​ປະ​ເທດ ຢືນຢັນ​ແນວທາງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ແກ້​ໄຂ​ການ​ຂັດ​ແຍ້​ງກັນທັງ​ໝົດ​ດ້ວຍ​ສັນຕິ​ວິທີບົນ​ພື້ນຖານ​ກົດໝາຍ​ສາກົນ. ​ແລກປ່ຽນ​ບັນຫາ​ຮັກສາ​ສັນຕິພາບ​ເພື່ອ​ພັດທະນາ​ໃນ​ສະພາບ​ພາກ​ພື້ນ ​ແລະ ສາກົນ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຫຼາຍ​ຢ່າງ, ທ່ານ ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ຍາມ​ໃດ​ກໍ່​ປາກ​ຖະໜາ​ຢາກ​ມີ​ສະພາບ​ແວດ​ລ້ອມ​ສັນຕິພາບ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ພື້ນຖານ​ຂອງ 2 ໜ້າ​ທີ່​ຍຸດ​ທະ​ສາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເຊິ່ງ​ໄດ້​ເຕື້ອງ​ເຖິງ​ໃນ​ມະຕິ​ 11 ຂອງ​ພັກ.

​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ເສດຖະກິດສັງຄົມ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ຊີ້​ແຈ້ງວ່າ, ຫວຽດນາມ ​ພວມ​ຢືນ​ຢູ່​ຕຳ່​ໜ້າ​ການ​ທ້າ​ທາຍກໍ່​ຄື ​ ກາລະ​ໂອກາດຫຼາຍ​ຢ່າງ, ດັ່ງ​ນັ້ນ​ຄວນ​ຮັບ​ຮູ້​ສະພາບ​ການ​ຢ່າງ​ຖືກຕ້ອງ ​​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ກຳ​ເໜ້ນກາລະ​ໂອກາດ​ເພື່ອ​ພັດທະນາ. ທ່ານ​ເນັ້ນ​ໜັກ​ວ່າ ​ໃນ​ສະພາບ​ທົ່ວ​ໂລກ ​ແລະ ການ​ເຊື່ອມ​ໂຍງ​ກັບ​ສາກົນ​ໃນ​ປະຈຸ​ບັນ​ ​ພວມ​ມີ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຖື​ວ່າ​ຕ້ອງ​ເສີມ​ຂະຫຍາຍ​ນຳ້​ໃຈ​ສາມັກຄີ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ລະດັບ​ສູງ​ສຸດ.

 

ຂ່າວ/ບົດ​ອື່ນ