ປະທານປະເທດ ເຮັດວຽກກັບຄະນະ ປະຈຳຄະນະພັກແຂວງ ທ້າຍງວຽນ

ປະທານປະເທດ ເຮັດວຽກກັບຄະນະ ປະຈຳຄະນະພັກແຂວງ ທ້າຍງວຽນ - ảnh 1
ທ່ານປະທານປະເທດ Truong Tan Sang ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ້າຍງວຽນ
(ພາບ: baothainguyen.org.vn)

(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ແຂວງ ທາຍ​ງວຽນ, ຕອນ​ບ່າຍ​ວັນ​ທີ 20/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະ​ນະ​ພັກ​ແຂວງ ທ້າຍ​ງວຽນ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ໃນ​ບໍລິ​ເວນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ Truong Tan Sang ຖື​ວ່າ: ​ແຂວງ ທ້າຍ​ງວຽນ ຄວນ​ເປັນ​ເຈົ້າ​ການ​​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເພື່ອ​ກາຍ​ເປັນ​ເຂດ​ເສດຖະກິດ​ຈຸດ​ສຸມ​ໃນ​ເຂດ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ 37 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ. ​ໃນ​ສະພາບ​ການ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ລົງທຶນ​ຂອງ​ລັດ, ​ແຂວງ​ ທ້າຍ​ງວຽນ ຄວນ​ເປັນ​ເຈົ້າ​ການຫຼາຍ​ກ່ວາ​ອີກ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​, ​ພິ​ເສດ​ແມ່ນ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ຊຸກຍູ​້ການ​ພັດທະນາ ຜ່ານ​ນັ້ນ​ປະກອບສ່ວນ​ຮັກສາ​ເສດຖະກິດ​ສັງ​ຄົມ​ເປັນ​ປົກກະຕິ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ແກ້​ໄຂ​ກ່ຽວ​ກັບ​ກົນ​ໄກ​ຂອງ​ສູນ​ກາງ, ​ແຂວງ ທ້າຍ​ງວຽນ​ ຈະ​ຊອກ​ຫາ​ທິດ​​ທາງ​ໃໝ່ ​ເພື່ອ​ກາຍ​ເປັນ​ແຂວງ​ພັດທະນາ​ໃນ​ເຂດ​ໂດຍ​ໄວ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃຫ້​ຮູ້​ວ່າ:

“​ແຕ່​ນີ້​ຮອດທ້າຍ​ປີ, ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ແມ່ນ​ບໍ່​ມີ​ການ​ປ່ຽນ​​ແປງ, ມີ​ຫຼາຍ​ແງ່​ຫວັງ​ທີ່​ດີ ​ແຕ່​ວ່າ​ກໍ​ປະກົດ​ມີສະພາບ​ການ​ທີ່​ຫຍຸ້ງຍາກ. ກ່ຽວ​ກັບ​ດ້ານກະສິກຳ​ ຖ້າ​ຫາກ​ມີ​ຄວາມ​ສະດວກ​ສະບາຍ​​ແມ່ນຕ້ອງ​ຊຸກຍູ້, ສ່ວນດ້ານ​ອຸດສາຫະກຳ​ກໍ່ສ້າງ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄວນ​ສືບ​ຕໍ່​ເປັນ​ເຈົ້າ​ການ​ແກ້​ໄຂ. ​ເປັນ​ເຈົ້າ​ການ​ລົງທຶນ​ຄື​ສະໜອງ​ຊີມັງ​ໃຫ້​ແກ່​ໂຄງການ​ຊົນນະບົດ​​ແມ່ນ​ວິທີ​ໜຶ່ງ, ຫຼື​ວ່າ​ຮ່ວມ​ສຳພັນ​ລະຫວ່າງ​ບັນ​ດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ ຫຼື ນອກ​ບໍລິ​ເວນ. ຕາມ​ທິດ​ນີ້​ຈະ​ສ້າງ​ການ​ຮ່ວມ​ສຳພັນ​ຢູ່​ພາຍ​ໃນ ​ແລະ ພາຍນອກ​​ເພື່ອຮ່ວມ​ມື​ນຳກັນ”

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວກັນ, ທ່ານ​ປະທານ​ປະ​ເທດ ​Truong Tan Sang ​ໄດ້​ລົງ​ຢ້ຽມ​ຢາມບໍລິສັດ​ຫຸ້ນ​ສ່ວນ​ເຫຼັກກ້າ ທາຍ​ງວຽນ ​ແລະ ພົບ​ປະ, ຮັບ​ຟັງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ບາງ​ບໍລິສັດ​ໃນ​ບໍລິ​ເວ​ນ​ແຂວງ ທາຍ​ງວຽນ.

ຂ່າວ/ບົດ​ອື່ນ