ປະທານປະເທດຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍແລະຝະລັ່ງ

ປະທານປະເທດຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍແລະຝະລັ່ງ - ảnh 1
ທ່ານ​ປະທານ​ປະ​ເທດ  ​ເຈີ່ນ​ດ້າຍ​ກວາງ ແລະ ​ທ່ານ​ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະ​ເທດ ຝະລັ່ງ Jean – Yves Le Drian
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 06/06, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຝະລັ່ງ Jean – Yves Le Drian ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ທິດ​ທາງ​ການ​ຕ່າງ​ປະ​ເທ​ດ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດມະ​ຫາ​ອຳນາດ, ​ໃນ​ນັ້ນ​ມີ​ສາທາລະນະ​ລັດ ຝະລັ່ງ - ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ, ​ເຊິ່ງ​ແມ່ນ​ປະ​ເທ​ດມະຫາ​ອຳນາດ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຜົນ​ສະທ້ອນ​ຢູ່ ອາຊີ - ປາຊີ​ຟິກ. ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ເປັນ​ຂົວ​ຕໍ່ ​ເພື່ອ​ໃຫ້ ຝະລັ່ງ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ: ລັດຖະບານ ຝະລັ່ງ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ໂດຍ​ໄວ. ທ່ານ​ປະທານ​ປະ​ເທດສະ​ເໜີ​ວ່າ: ກະຊວງປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຄວນ​ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ກ່ວາ​ອີກ ຜ່ານ​ນັ້ນ ຊຸກຍູ້​ການ​ພົວພັນ​ດ້ານ​ປ້ອງກັນຊາ​ດ ລະຫວ່າງ 2 ປະ​ເທດ ​ໃຫ້ກາ​ຍ​ເປັນ​ແບບຢ່າງ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຝະລັ່ງ Jean – Yves Le Drian ຢືນຢັນ​ວ່າ: ຫວຽດນາມ ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ເວທີ​ສາກົນ, ພິ​ເສດ​​​ແມ່ນ​ມີ​ບົດບາດສຳຄັນ​ໃນ​ວິວັ​​ດ ການສ້າງ​ຕັ້ງ​ສະມາຄົມ ອາ​ຊຽນ. ທ່ານ​ລັດຖະມົນຕີ Jean – Yves Le Drian ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມືກັບ ຫວຽດນາມ ​ໃນ​ຫລາຍ​ດ້ານ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ Manohar Parrika ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ພັກ, ລັດ ຫວຽດນາມ ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ ​ເພື່ອ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຮ່ວມ​ມື​ນັບ​ມື້​ນັບ​ດີກ​ວ່າ, ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດອຸດົມສົມ​ບູນ ​ແລະ ​ເລິກ​​ເຊິ່ງກວ່າ. ສ່ວນ​ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ Manohar Parrika ​ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນຖານ​ຄວາມຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ຂອງ 2 ລັດ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ ກໍ່​ຄື​ການ​ພົວພັນ​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ