ປະທານປະເທດຢື້ຢາມຖາມຂ່າວກຳລັງຕຳຫຼວດທະເລແລະກວດກາການປະມົງ

ປະທານປະເທດຢື້ຢາມຖາມຂ່າວກຳລັງຕຳຫຼວດທະເລແລະກວດກາການປະມົງ - ảnh 1
ປະທານປະເທດ ໄດ້ມອບຂອງຂວັນໃຫ້ຕຳຫຼວດທະເລ ແລະ ກຳລັງກວດກາການປະມົງ

(vovworld) – ​​ ​​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ທ່ານ​ປະທານ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 18/5, ທ່ານ ດ່າວຫວຽດຈູງ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຖິງ​ກຳລັງ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ.

    ທ່ານຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ດ່າວຫວຽດຈູງ ​ໄດ້​ສະ​ແດງ​ຄວາມ​ນິຍົມນັບຖື​ຕໍ່ໜ້າ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ບັນດາ​ກຳລັງ​ໃນ​ຊຸມ​ມື້​ຜ່ານ​ມາ ​ແລະ ​ໃຫ້​ຮູ້​ວ່າ: ປະທານ​ປະ​ເທດ ຕີ​ລາຄາ​ສູງ​ຄວາມ​ຕັດສິ​ນ​ໃຈ ​ແລະ ຈິດ​ໃຈ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ຂອງ​ບັນ​ດາ​ກຳລັງ​ຕຳຫຼວດ​ທະ​ເລ, ກວດກາ​ການ​ປະມົງ ​ແລະ ບັນດາ​ຊາວ​ປະມົງ ຫວຽດນາມ, ຢືດໝັ້ນ​ຕໍ່ສູ້​ຄັດຄ້ານ​ການ​ກະທຳ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຜູກຂາດ​ຂອງ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​​ໃຫ້​ບັນດາ​ກຳລັງ​ຕ້ອງ​​ທຸມ​ທຽງ ​ແລະ ລະງັບ​ໃຈ​ຕໍ່ໜ້າ​ການ​ກະທຳ​ເກາະ​ຜິດ​ຂອງ​ບັນດາ​ກຳ​ປັ່ນ ຈີນ, ພ້ອມ​ທັງ​ຢືນ​ໝັ້ນ​ຕໍ່ສູ້​ຄັດຄ້ານ​ດ້ວຍ​ມາດ​ຕະການ​ສັນຕິພາບ.


ຂ່າວ/ບົດ​ອື່ນ