ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ2

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ2 - ảnh 1
(​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 2)

(vovworld) - ​​​ ​ຕອນ​ເຊົ້າ​ວັນ​ທີ 19/10, ຢູ່​ແຂວງ ຟຸ໋​ຖໍ້, ທ່ານ​ປະ​ທານ​ປະ​ທານ ເຈີນ​ດ້າຍ​ກວາງ ໄດ້​ເຂ​ົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 2 (19/10/1946 – 19/10/2016) ແລະ ຕ້ອນ​ຮັບຫຼຽນ​ໄຊວິ​ລະ​ກຳ​ຊັ້ນ​ໜຶ່ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທະ​ຫານ​, ປ້ອງ​ກັນ​ຊາດ​ໃນ​ໄລ​ຍະ​ປະ​ຕິ​ວັດ​ໃໝ່ຢ່າງ​ມີ​ໄ​ຊ, ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 2 ຕ້ອງ​ເປັນ​ເ​ຈົ້າ​ການ​ກຳ​ແໜ້ນ, ໄຈ້​ແຍກ, ຕີ​ລາ​ຄາ ແລະ ຄາດ​ຄ​ະ​ເນ​ສະ​ພາບ​ການ​ຢ່າງ​ຊັດ​ເຈນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ການ​ຜັນ​ແປທີ່​ກ່​ຽວ​ຂ້ອ​ງ​ເຖິງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ເປັນ​ເຈົ້າ​ການ​ເປັ​ນ​ເສ​ນາ​ທິ​ການ​ໃຫ້​ພັກ, ລັດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມີ​ນະ​ໂຍ​ບາຍຢ່າງ​ເໝາະ​ສົມ, ຮັກ​ສາ​ຄວາມ​ສະ​ຫງົ​ບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ; ປົກ​ປັ​ກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັບ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ໃນ​ບໍ​ລິ​ເວນ​ເຂດ​ທະ​ຫານໃຫ້​ມີ​ຄວາມ​ໝັ້ນ​ຄົງ, ພ້ອ​ມ​ທັງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ