ທ່ານປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບ
ທ່ານປະທານສະພາຕຳ່ ອິນໂດເນເຊຍ Setya Novanto
(ພາບ:TTXVN)
(vovworld) - ຕອນເຊົ້າວັນທີ 30/3, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ໃຫ້ການຕ້ອນຮັບການນຳສະພາແຫ່ງຊາດ, ລັດຖະບານ ແລະ ຄະນະສະມາຊິກລັດຖະສະພາບັນດາປະເທດ ອິນໂດເນເຊຍ, ຮຸງກາຣີ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132 (IPU-132) ຢູ່ ຮ່າໂນ້ຍ. ທີ່ການຕ້ອນຮັບທ່ານປະທານສະພາຕຳ່ ອິນໂດເນເຊຍ Setya Novanto, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ສະເໜີ 2 ຝ່າຍຄວນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ຕີລາຄາສູງບົດບາດຂອງ ອິນໂດເນເຊຍ ໃນພາກພື້ນ ແລະ ສາກົນ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອິນໂດເນເຊຍ ຊຸກຍູ້ການເຈລະຈາການກຳນົດເສັ້ນຊາຍແດນທາງລະເລ, ຊອກຫາສຽງເວົ້າລວມໂດຍໄວ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ. ທ່ານປະທານປະເທດຫວຽດນາມ ປາດຖະໜາວ່າ: 2 ອົງການນິຕິບັນຍັດ ແລະ ປະຊາຊົນ 2 ປະເທດຍູ້ແຮງການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ສະໜິດຕິດພັນ, ປະກອບສ່ວນສຳຄັນກ້າວໄປເຖິງຄາດໝາຍສ້າງຕັ້ງປະຊາຄົມ ອາຊຽນ.
ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີຮຸງກາຣີ Semjen Zsolt ແລະ ທ່ານຮອງປະທານສະພາແຫ່ງຊາດຮຸງກາຣີ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ສະເໜີ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ່ມເຕີມບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເຊິ່ງແມ່ນທ່າແຮງຂອງແຕ່ລະປະເທດ.
ຮ່ວາງຢຸ້ງ, ນັກຂ່າວ VOV