ປະທານປະເທດເຈືອງເຕີນຊາງຢ້ຽມຢາມເຂດປູຊະນີຍະສະຖານແລະພົບປະກັບອະດີດນັກໂທດການເມືອງ ຫວາລໍ່

ປະທານປະເທດເຈືອງເຕີນຊາງຢ້ຽມຢາມເຂດປູຊະນີຍະສະຖານແລະພົບປະກັບອະດີດນັກໂທດການເມືອງ ຫວາລໍ່ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ​ຄຸກ​ຫວາ​ລໍ່
(ພາບ: TTXVN)


(vovworld) –  ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ອະດີດ​ນັກ​ໂທດ​ປະຕິວັດ​ຖືກ​ສັດຕູ​ຈັບ, ກັກ​ຂັງ​ຢູ່​ຄຸກ​ຫວາ​ລໍ່ ​ໄລຍະ​ປີ 1930 – 1945, ​ໃນ​ການ​ພົບ​ປະ​ຕອນ​ເຊົ້າ​ວັນ​ທີ 23/07, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ຄຸກ ຫວາ​ລໍ່ ​ແມ່ນ​ສະຖານ​ທີ່ຮັກສາ​ຮອງ​ຮອຍບັນດາ​ໂທດ​ກຳ​ເຊິ່ງພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ໄດ້​ກໍ່​ຂຶ້ນ​ຕໍ່​ບັນດາ​ນັກຮົບ​ປະຕິວັດ ​ແລະ ຜູ້ຮັກ​ຊາດ. ພ້ອມ​ທັງ ກໍ່​ຢືນຢັນ​ບຸນຄຸນ​ອັນ​ໃຫຍ່​ຫຼວງ ​ແລະ ​ການ​ອຸທິດ​ສ່ວນ​ສຳຄັນ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ລຸ່ນຕ່າງໆ​ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ເອກະລາດ, ​​ເສລີພາບ​ຂອງ​ປະ​ເທດ​ຊາດ. ​​ແບບຢ່າງ​ແຫ່ງ​ການຕໍ່ສູ້, ​ເສຍສະຫຼະ​ຊີວິດ​ຂອງ​ບັນດາ​ນັກຮົບ​ຮັກ​ຊາດ, ນັກຮົບ​ກອມ​ມູນິດ​ຢູ່​ຄຸກ​ຫວາ​ລໍ່ ຍາມ​ໃດ​ກໍ່​ຍືນ​ຍົງ​ຄົງ​ຕົ​ວຕະຫຼອດ​ໄປ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປ​ະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

        “ຢູ່​ທີ່​ນີ້, ບັນດາ​ນັກຮົບ​ຮັກ​ຊາດ, ນັກຮົບ​ປະຕິວັດ ​ໄດ້​ຍົກ​ສູງ​ເຈດ​ຈຳນົງ​ຕໍ່ສູ້, ນ້ຳ​ໃຈ​​ເສຍສະຫຼະ​ຊີວິດ​ທີ່​ພິ​ລະອາ​ດຫານ, ຄວາມ​ສະຫຼາດ​ຄ່ອງ​ແຄ້ວ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ ​​​ເຮັດ​ໃຫ້​​ການ​ປາບ​ປາມຂອງ​ພວກ​ທຳ​ມະ​ໂລງ​ຖືກ​ປະລາ​ໄຊ. ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ນັ້ນ ​ໄດ້​ຮັບ​ການ​ສືບ​ທອດ​ຢູ່​ຄຸກ​ແຫ່ງ​ຕ່າງໆ​ໃນ​ການ​ຕໍ່ຕ້ານ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ”.

        ທ່ານ​ປະທານປະ​ເທດ ​ເຈືອງ​ເຕິີນຊາງ ສະ​ເໜີ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ນະຄອນ​ຮ່າ​ໂນ້ຍ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຕອບ​ບຸ​ນ​ແທນ​ຄຸນ, ຄົ້ນຄວ້າ ສະ​ເໜີ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃໝ່​ເພື່ອແນ​ໃສ່​ເອົາ​​ໃຈ​ໃສ່ເຖິງ​ບັນດາ​ນັກຮົບ​ປະຕິວັດ​ທີ່​ຖືກ​ສັດຕູ​ກັກ​ຂັງຢ່າງ​ລະອຽດ ​ແລະ ​​ແທດ​ຈິງ.

ຂ່າວ/ບົດ​ອື່ນ