ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະອວຍພອນປີໃໝ່ຢູ່ວິ້ງລອງ,ດົ່ງທາບ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະອວຍພອນປີໃໝ່ຢູ່ວິ້ງລອງ,ດົ່ງທາບ - ảnh 1
(ທ່ານປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​
ຢ້ຽມ​ຢາມ​ແລະ​ອວຍ​ພອນ​ປີ​ໃໝ່​ຢູ່​ວິ້ງ​ລອງ,ດົ່ງ​ທາບ)

(vovworld) –​ ​ ​​ຕອ​ນ​ບ່າຍ​ວັນ​ທ​ີ 06/02, ເມື່ອ​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​​ບຸນ​ເຕັດອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງວິ້ງ​ລອງ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໄດ້ໃສ່ໃຈ​ແຂວງວິ້ງ​ລອງ ຕ້ອງ​ເສີມ​ຂະ​ຫຍາຍ​ໄຊ​ຊະ​ນະ​ຂອງກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງກອງ​ປະ​ຊຸ​ມ​ໃຫຍ່​ເຂົ້າ​ໃນ​ຊີ​ວິ​ດ​ໂດຍ​ໄວ. ວິ້ງ​ລອງ ກ​ໍ​ເອົາ​ໃຈ​ໃສ່​ກໍ່​ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ໝັ້​ນ​ຄົງ​ເຂັ້ມ​ແຂງ; ສືບ​ຕໍ່​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່. ທ່ານ​ປະ​ທານ​ປະ​ເທດ​ໄດ້​ອວຍ​ພອນ​ອົງ​ຄະ​ນະ​ພັກ, ແລະ ປະ​ຊາ​ຊົນ​ແຂວງວິ້ງ​ລອງ ໃນ​ໂອ​ກາດ​ບຸນ​ເຕັດ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ບັນ​ດາ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ກວ່າ​ອີກ.

      ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທ​ານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ກໍ​ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຢູ່​ແຂວງ​ດົ່ງ​ທາບ, ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ແຂ​ວງ ດົ່ງ​ທາບ ສືບ​ຕໍ່​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່. ທ່ານ​ປະ​ເທດ​ປະ​ເທດ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົ​ນ​ຕາ​ແສງ ຮ່​ວາ​ອານ, ນະ​ຄອນ​ກາວ​ແລ້ງ, ເຊິ່ງ​ເປັນ​ຕາ​ແສງ​ປະ​ຕິ​ບັດ​ທົດ​ລອງ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​.

ຂ່າວ/ບົດ​ອື່ນ