ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
(ພາບ: XuanTrung)
(vovworld) – ໃນຕອນເຊົ້າວັນທີ 30/11 ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ຊຸດທີ 7. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ: ໃນພາລະກິດປ່ຽນໃໝ່, ວົງການນັກຄົ້ນຄວ້າປະຫວັດສາດໄດ້ມີບັນດາການປະກອບສ່ວນສຳຄັນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ຈົ່ງລະດົມກຳລັງໃຈຢ່າງສູງສຸດແກ່ການປະກອບກຳລັງເຫື່ອແຮງຂອງວົງການນັກຄົ້ນຄວ້າປະຫວັດສາດ ເຂົ້າໃນການຜັນຂະຫຍາຍ ແລະ ຮຽບຮຽງສຳເລັດຊຸດປຶ້ມປະຫວັດສາດ ຫວຽດນາມ ດ້ວຍຄຸນນະພາບສູງສຸດ ຕາມນ້ຳໃຈຄຳສັ່ງຂອງຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ກໍ່ຮຽກຮ້ອງສະມາຄົມວິທະຍາສາດປະຫວັດສາດຄວນມີແຜນການສັງລວມ ແລະ ມີບາດກ້າວເດີນລະອຽດ ເພື່ອວົງການນັກຄົ້ນຄວ້າປະຫວັດສາດເຊື່ອມໂຍງເຂົ້າກັບສາກົນ ດ້ວຍເປົ້າໝາຍແບ່ງປັນບົດຮຽນ, ວິທີການ ແລະ ທັກສະກ້າວໜ້າ, ພ້ອມກັນນັ້ນ ກໍ່ຍາດແຍ່ງການສະໜັບສະໜູນຂອງວົງການນັກຄົ້ນຄວ້າປະຫວັດສາດສາກົນທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.