ປະທານສະພາແຫ່ງຊາດ Nguyen Sinh Hung ເຂົ້າຮ່ວມວັນບຸນ ສາມັກຄີທົ່ວປວງຊົນທັງຊາດ

ປະທານສະພາແຫ່ງຊາດ Nguyen Sinh Hung ເຂົ້າຮ່ວມວັນບຸນ ສາມັກຄີທົ່ວປວງຊົນທັງຊາດ - ảnh 1

(ພາບ:baomoi.com)

(VOV)- ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່​ງຊາດຫວຽດນາມ ປະຈຸ​ບັນ​ແມ່ນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (18/11/1930-18/11/2012), ຕອນ​ຄ່ຳ​ວັນ​ທີ 12/11, ທ່ານປະທານ​ສະພາ​ແຫ່ງຊາດ Nguyen Sinh Hung ​​ໄດ້ເຂົ້າຮ່ວມ​ວັນ​ບຸນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດຂອງ​ເຂດ​ຊຸມ​ຊົນ​ຂຶ້ນ​ກັບຕາ​ແສງ Tran Hung Dao ​ເມືອງ Hoan Kiem ນະຄອນ Ha Noi. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານປະທານ​ສະພາ​ແຫ່ງຊາດ Nguyen Sinh Hung ​​ໄດ້ຊີ້​ແຈງ​ວ່າ: ​ໂດຍ​ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັ້ນຂົນຂວາຍ​ສ້າງ​ຊີວິດ​ໃໝ່​ໂດຍ​ປະທານ​ໂຮ່ຈິ​ມິນ ​ເປັນ​ຜູ້​ລິ​ເລີ່ມນັ້ນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ໄດ້​ປຸກລະດົມຂະ​ບວນການ​ທົ່ວ​ປະ​ເທດ​ປະຕິບັດ​ບັນຂົນຂວາຍ​ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ກັນ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ. ​ໂດຍ​ຜ່ານ​ການ​ປະຕິບັດ​ເປັນ​ເວລາ 17 ປີ, ບັ້ນຂົນຂວາຍ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກປະຊາຊົນ​ທຸກ​ຊັ້ນວັນນະ​ຂອງ​ເຂດ​ຊຸມ​ຊົນ 100.000 ​ແຫ່ງ . ນີ້​ແມ່ນ​ເວທີ​ປາ​ໄສ​ປະຊາທິປະ​ໄຕທີ່​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ​ເພື່ອ​ແນ​ໃສ່​ສາມັກຄີ​ກັນ​ພ້ອມ​ກັນ​ສ້າງ​ເຂດ​ຊຸມ​ຊົນ​ໃຫ້​ນັບ​ມື້​ນັບ​ອີ່ມ​ໜຳ​ສຳລານ, ມີ​ຄວາມຜາ​ສຸກ. ທ່ານປະທານ​ສະພາ​ແຫ່ງຊາດ Nguyen Sinh Hung ​​ສະ​ເໜີ​ວ່າ:

   “ພວກ​ຂ້າພະ​ເຈົ້າຫວັງ​ວ່າ, ປະຊາຊົນ​ໃນ​ເຂດ​ຊຸມ​ຊົນຈະ​ສາມັກຄີ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຊີວິດ​ວັດທະນະທຳ. ຜ່ານ​ນັ້ນ​ເຮັດ​ໃຫ້​ຊີວິດ​ຂອງ​ແຕ່​ລະ​ຄອບຄົວ, ​ແຕ່ລະຄົນ​ນັບ​ມື້​ນັບ​ອີ່ມ​ໜຳ​ສຳລານ, ມີ​ຄວາມຜາ​ສຸກ​ຕາມ​ຄຳ​ສັ່ງສອນ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ປະທາ​ນໂຮ່ຈິ​ມິນ​ ທີ່​ວ່າ: ສາມັກຄີ, ສາມັກຄີ, ມະຫາ​ສາມັກຄີ, ສຳ​ເລັດ​ຜົນ, ສຳເລັ​ດ​ຜົນ, ມະຫາ​ສຳ​ເລັດ​ຜົນ“.

 

ຂ່າວ/ບົດ​ອື່ນ