ປະທານສະພາແຫ່ງຊາດ: ການສຶກສາປະກອບສ່ວນຊຸກຍູ້ການໂອ້ລົມສົນທະນາ,ຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ

(VOVWORLD) -ຕອນບ່າຍວັນທີ 07 ເມສາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU 140), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ
ປະທານສະພາແຫ່ງຊາດ: ການສຶກສາປະກອບສ່ວນຊຸກຍູ້ການໂອ້ລົມສົນທະນາ,ຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ)

ບັນດາສະມາຊິກລັດຖະສະພາໄດ້ສວມບົດບາດສຳຄັນໃນການສ້າງລະບົບກົດໝາຍໃຫ້ສົບບູນແບບ, ຈັດແບ່ງງົບປະມານ, ຕິດຕາມກວດກາລັດຖະບານຜັນຂະຫຍາຍບັນດາແຜນການກະທຳໃນຂົງເຂດການສຶກສາ; ພ້ອມທັງແມ່ນຂົວເຊື່ອມຕໍ່ ຊ່ວຍຍົກສູງຄວາມຮູ້, ສະຕິຄວາມຮັບຮູ້ຂອງປະຊາຊົນໃນສັງຄົມ ກ່ຽວກັບຄວາມສຳຄັນຂອງການສຶກສາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.

        ໃນວິວັດທະນາການພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຕົນ, ຍາມໃດຫວຽດນາມ ກໍ່ໃຫ້ບູລິມະສິດແກ່ການພັດທະນາ ໄປພ້ອມກັບຄວາມໝັ້ນຄົງ, ຍົກສູງການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສ້າງແຫຼ່ງຊັບພະຍາກອນທີ່ມີລະດັບສູງເພື່ອຕອບສະໜອງຄວາມຮຽກຮ້ອງໃນຍຸກສະໄໝເຕັກໂນໂລຊີ 4.0. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກ່າວວ່າ.

        “IPU ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີປະສິດທິຜົນ ແລະ ບົດບາດສຳລັບບັນດາລັດຖະສະພາສະມາຊິກ, ຊຸກຍູ້ລັດຖະສະພາສະມາຊິກປະຕິບັດບັນດາຂໍ້ສະເໜີແນະໃນມະຕິ ເຊິ່ງສະມັດຊາໃຫຍ່ຮັບຮອງເອົາ. ເພີ່ມທະວີການເຈລະຈາ, ການຮ່ວມມືກັບສາກົນ, ການພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ສ້າງແຫຼ່ງກຳລັງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ບັນດາປະເທດທີ່ພວມປະສົບກັບຂໍ້ຈຳກັດໃນການຜັນຂະຫຍາຍບັນດາຫຼັກສູດການສຶກສາຮອບດ້ານ, ກວມລວມເພື່ອການພັດທະນາແບບຍືນຍົງ. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບ IPU ແລະ ລັດຖະສະພາບັນດາປະເທດ ປະຕິບັດບັນດາມະຕິ, ຂໍ້ລິເລີ່ມຂອງ IPU ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ