ປະທານສະພາແຫ່ງຊາດ ລາວ ລົງຢ້ຽມຊົມຮູບແບບເສດຖະກິດກຸ່ມບໍລິສັດຢູ່ ຫວຽດນາມ.

(VOVWORLD) -ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ Vingroup
ປະທານສະພາແຫ່ງຊາດ ລາວ ລົງຢ້ຽມຊົມຮູບແບບເສດຖະກິດກຸ່ມບໍລິສັດຢູ່ ຫວຽດນາມ. - ảnh 1ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ລາວ. 

ທີ່ການເຮັດວຽກ, ໃນຕອນເຊົ້າວັນທີ 6 ມີນາ, ທ່ານນາງ ປານີ ຢາທໍ່ຕູ້ ແລະ ບັນດາສະມາຊິກໃນຄະນະໄດ້ສະແດງຄວາມສົນໃສ່ ແລະ ຕີລາຄາສູງຕໍ່ບັນດາຜົນງານທີ່ Vingroup ບັນລຸໄດ້, ໂດຍສະເພາະແມ່ນຮູບແບບບັນດາເຂດຕົວເມືອງຂອງກຸ່ມບໍລິສັດນີ້. ທ່ານນາງ ປານີ ຢາທໍ່ຕູ້ ກໍ່ສະແດງຄວາມປາດຖະໜາວ່າ Vingroup ຈະຄົ້ນຄ້ວາການລົງທຶນເຂົ້າໃນຕະຫຼາດລາວ.

ທ່ານ ຫງວຽນວຽດກວາງ, ຮອງປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Vingroup ໃຫ້ຮູ້ວ່າ Vingroup ພວມຜັນຂະຫຍາຍການເປີດກ້ວາງບັນດາການເຄື່ອນໄຫວດຳເນີນທຸລະກິດອອກສູ່ນອກຫວຽດນາມ ແລະ ລາວກໍ່ເປັນສາຖານທີ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ