ປະທານສະພາແຫ່ງຊາດ: ວິ້ງລອງຄວນນຳໃຊ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ

(VOVWORLD) -ແຂວງ ວິ້ງລອງ ຄວນລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາຢ່າງແຮງກວ່າ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ.
ປະທານສະພາແຫ່ງຊາດ: ວິ້ງລອງຄວນນຳໃຊ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

ຕອນຄ່ຳວັນທີ 28 ເມສາ, ຢູ່ແຂວງ ວິ້ງລອງ ໄດ້ດຳເນີນພິທີສະເຫຼີມສະຫຼອງ 290 ປີແຫ່ງ ລອງໂຮ່ດິງ, 190 ປີແຫ່ງວັນສ້າງຕັ້ງແຂວງ ວິ້ງລອງ, 30 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່ ແລະ 47 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖືວ່າ, ດ້ວຍທ່າແຮງຕັ້ງຢູ່ລະຫວ່າງກາງແມ່ນ້ຳ ຕຽນ, ແມ່ນ້ຳ ເຮົ້າ ແລະ ໃຈກາງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແຂວງ ວິ້ງລອງ ຄວນລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາຢ່າງແຮງກວ່າ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ. ພ້ອມກັນນັ້ນ, ແມ່ນສືບທອດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ບັນດາເຂດປູຊະນີຍະສະຖານວັດທະນະທຳໃນບໍລິເວນແຂວງ; ເພີ່ມທະວີການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຍົກສູງປະສິດທິຜົນການເຄື່ອນໄຫວການຕ່າງປະເທດ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ