ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
|
(vovworld) – ຕອນເຊົ້າວັນທີ 16/1, ຢູ່ຮ່າໂນ້ຍ, ເມື່ອເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມພະນັກງານ, ລັດຖະກອນ ແລະ ຜັນຂະຫຍາຍໜ້າທີ່ປີ 2015 ຂອງຫ້ອງວ່າການສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງໝູ່ຄະນະພະນັກງານ, ລັດຖະກອນຫ້ອງວ່າການສະພາແຫ່ງຊາດໃນປີ 2014. ເມື່ອກຳນົດທິດວຽກງານປີ 2015, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ເລື່ອງປະຕິບັດສຳເລັດໜ້າທີປີ 2015 ມີຄວາມໝາຍສຳຄັນພິເສດ ປະກອບສ່ວນສືບຕໍ່ຜັນຂະຫຍາຍການປະຕິບັດລັດຖະທຳມະນູນເຂົ້າສູ່ຊີວິດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮູ່ງ ຫວັງວ່າ ຫ້ອງວ່າການສະພາແຫ່ງຊາດ ຄວນມີຄວາມຮັບຮູ້, ເນື້ອໃນຈິດໃຈ, ຄວາມໝາຍຂອງລັດຖະທຳມະນູນປີ 2013 ຢ່າງເລິກເຊິ່ງ ເພື່ອສືບຕໍ່ໂຄສະນາເຜີຍແຜ່, ສ້າງກົດໝາຍ. ຫ້ອງວ່າການສະພາແຫ່ງຊາດຄວນປະຕິບັດວຽກງານເປັນເສນາທິການ, ລວບລວມ. ພິເສດ, ເອົາໃຈໃສ່ເຖິງວຽກງານພົວພັນຕ່າງປະເທດ, ທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດໃນການພົວພັນກັບສາກົນ.