ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອະຟະລິກາໃຕ້
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ
ທ່ານນາງ Baleka Mbete, ປະທານສະພາຕຳ່ອະຟະລິກາໃຕ້)
(vovworld) - ຕອນເຊົ້າວັນທີ 2/4, ຢູ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນລັດຖະສະພາສາທາລະນະລັດອະຟະລິກາໃຕ້ ໂດຍທ່ານນາງ Baleka Mbete, ປະທານສະພາຕຳ່, ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ ອະຟະລິກາໃຕ້. ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງເລື່ອງ 2 ປະເທດໄດ້ຮັບການສ້າງຕັ້ງສາຍພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ແຕ່ປີ 2014. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ: ສະພາແຫ່ງຊາດ ອະຟະລິກາໃຕ້ ສະໜັບສະໜູນ ແລະ ຊຸກຍູ້ 2 ລັດຖະບານເປັນເຈົ້າການ, ຕັ້ງໜ້າກ່ວາອີກ ເພື່ອແນໃສ່ຂຸດຄົ້ນທ່າແຮງຂອງກັນເປັນຢ່າງດີ, ເຮັດໃຫ້ການຮ່ວມມື 2 ປະເທດສົມກັບຄວາມສາມາດບົ່ມຊ້ອນ. 2 ປະເທດກໍ່ຄວນຍູ້ແຮງການເຄື່ອນໄຫວຮ່ວມມືຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກໂລໂນຊີຊີວະສາດ, ແລກປ່ຽນບົດຮຽນຄຸ້ມຄອງລັດກ່ຽວກັບບັນດາການເຄື່ອນໄຫວຄົ້ນຄ້ວາວິທະຍາສາດທະເລ, ໝູ່ເກາະ; ຮັກສາສິ່ງແວດລ້ອມ… ທ່ານນາງ Baleka Mbete ປາດຖະໜາວ່າ: ສະພາແຫ່ງຊາດ 2 ປະເທດ ເພີ່ມທະວີການແບ່ງປັນບົດຮຽນໃນການເຄື່ອນໄຫວ, ປະຕິບັດບົດບາດໜ້າທີ່ເປັນຕົວແທນໃຫ້ສຽງເວົ້າຂອງປະຊາຊົນບັນດາເຜົ່າ, ບັນດາເຂດແຄ້ວນຂອງປະເທດຊາດ; ຜ່ານນັ້ນ, ຊຸກຍູ້ ແລະ ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ອະຟະລິກາໃຕ້.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານນາງປະທານສະພາຕຳ່ ອະຟະລິກາໃຕ້ Baleka Mbete ໄດ້ເປັນເອກະພາບກັນເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະສະມາຊິກສະພາແຫ່ງຊາດ 2 ປະເທດກ່ວາອີກ; ເພີ່ມທະວີການພົບປະ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.