ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອານເຊຣີ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອານເຊຣີ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ຕ້ອນຮັບ
​ທ່ານ​ປະທານ​ສະພາ​ຕຳ່​ອານ​ເຊຣີ Mohamed Larbi Ould Khelifa


(vovworld) - ຕອນ​ບ່າຍ​ວັນ​ທີ 30/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ຕຳ່​ອານ​ເຊຣີ Mohamed Larbi Ould Khelifa ​ເນື່ອງ​ໃນ​ໂອກາດ​ມາ ຫວຽດນາມ ​ເຂົ້າ​ຮ່ວມ IPU-132. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ອານ​ເຊຣີ​ ໃນ​ທຸກ​ຂົງ​ເຂດ. ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ ​ແລະ ພາກ​ພື້ນ, 2 ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ. 2 ຝ່າຍ​ເພີ່ມ​ທະວີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນິຕິບັນຍັດ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ.
           ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 30/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ຕຳ່ Sudan Alftih Izz Alden Almonsour ​ໄດ້​ມາ​ຮອດ ຫວຽດນາມ ​​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ IPU-132. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ຕຳ່ Sudan ປະກອບສ່ວນ​ປັບ​ປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ​ແລະ 2 ອົງການ​ນິຕິບັນຍັດ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ 2 ຝ່າຍ​ບໍ່​ພຽງ​ແຕ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ທະວີ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ດ້ານ​ການ​ຄ້າ, ກະສິກຳ, ສິນ​ໃນ​ນ້ຳ, ນ້ຳມັນ​ອາຍ​ແກັດອີກ​ດ້ວຍ.

        ​ເນື່ອງ​ໃນ​ໂອກາດ​ນີ້,​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ຕຳ່ Sudan Alftih Izz Alden Almonsour ​ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ສັນຍາ​ຍົກ​ເວັ້ນວີ​ຊາ​ໃຫ້​ຜູ້​ທີ່​ຖື​ໜັງສືຜ່ານ​ແດນ​ທາງ​ການ​ທູດ, ທາງ​ລັດຖະການ ຫຼື ພິ​ເສດ.


ຂ່າວ/ບົດ​ອື່ນ