ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທົ່ວປະເທດພັກກອມມູນິດຝລັ່ງ

(VOVWORLD) -ຕອນບ່າຍວັນທີ 01 ເມສາ, ເນື່ອງໃນໂອກາດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ຢູ່ນະຄອນຫຼວງປາຣີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານເລຂາທົ່ວປະເທດພັກກອມມູນິດຝລັ່ງ Fabien Roussel.

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທົ່ວປະເທດພັກກອມມູນິດຝລັ່ງ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທົ່ວປະເທດພັກກອມມູນິດຝລັ່ງ

(ພາບ: quochoi.vn)

ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ພັກກອມມູນິດຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ຄວາມສາມັກຄີກັບພັກກອມມູນິດຝລັ່ງ (PCF) ແລະ ຊີ້ແຈ້ງວ່າ ພັກກອມມູນິດຫວຽດນາມ ຖືເປັນສຳຄັນການຮ່ວມມືກັບບັນດາກຳລັງກ້າວໜ້າໃນໂລກ. ຫວຽດນາມ ໄດ້ຮັກສາແນວທາງການຕ່າງປະເທດເປີດກວ້າງ, ຫັນເປັນຫຼາຍຮູບ, ຫຼາຍຝ່າຍ, ປາດຖະໜາຢາກເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກໆປະເທດໃນໂລກ ແລະ ມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງສັນຕິພາບໃຫ້ແກ່ໂລກ.

        ສ່ວນທ່ານເລຂາທົ່ວປະເທດຝລັ່ງ Fabien Roussel ປາດຖະໜາວ່າ, ການພົວພັນລະຫວ່າງ ພັກກອມມູນິດຝລັ່ງ ແລະ ພັກກອມມູນິດຫວຽດນາມ ຈະພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດການບິນອາວະກາດ ແລະ ປ້ອງກັນຊາດຝລັ່ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ