ປະທານສະພາແຫ່ງລັດສະວິດຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງລັດສະວິດຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
​ທ່ານ​ປະ​ທານສະ​ພາ​ສູງ ສະ​ວິດ Ivo Bischofberger 
​ພາບ:vietbao.vn

(vovworld)-  ຕອນ​ບ່າຍ​ວັນ​ທີ 28/3, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ລັດ(ສະ​ພາ​ສູງ) ສະ​ວິດ ໂດຍ​ທ່ານ​ປະ​ທານສະ​ພາ​ສູງ Ivo Bischofberger ນຳ​ຫ​ນ້າ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 28-31/3/2017 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງປະ​ທານສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຫງວຽນ​ທິ​ກີມ​ເງິນ. ຕາມ​ແຜນ​ການ​ແລ້ວ, ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ສູງ ສະ​ວິດ ຈະ​ເຈ​ລະ​ຈາ​ກັບ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ, ເຮັດ​ວຽກ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ