ປະທານສະພາແຫ່ງລັດສະຫະພັນສະວິດສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງລັດສະຫະພັນສະວິດສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ລັດ(ສະ​ພາ​ສູງ) ສະ​ຫະ​ພັນ​ສະ​ວິດ
ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 31/3, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ລັດ(ສະ​ພາ​ສູງ) ສະ​ຫະ​ພັນ​ສະ​ວິດ ໂດຍ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ Ivo Bischofberger ນຳ​ໜ້າ ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ ໃນ​ລະ​ຫວ່າງ​ວັນ​ທີ 28-31/3/2017 ຕາມ​ຄໍ​າ​ເຊີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ສະ​ພາ​ສູງ​ສະ​ວິດ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ຄະ​ນະ​​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ນຳ​ໜ້າ; ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈິ່ນ​ດ້າຍກວາງ; ເຮັດ​ວຽກ​ກັບ​ກະ​ຊວງ​ອຸດ​ສາ​ຫ​ະ​ກຳ-ການ​ຄ້າ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

        ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ໃນ​ໄລ​ຍະ​ຈະ​ມາ​ເຖິງ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ. ພິ​ເສດ​ແມ່ນ ບຳ​ລຸງ​ສ້າງ​ອາ​ຊີບ​ທີ່​ມີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ວິດ ທີ່​ພວມ​ລົງ​ທຶນ​ຢູ່​ຫວຽດ​ນາມ; ໜູນ​ຊ່ວຍ​ສ້າງ​ລະ​ບົບ​ສຶກ​ສາ​ມີ​ຄຸນ​ນະ​ພາບ​ສູງ, ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ຕິດ​ພັນ ກັບ​ການ​ບຳ​ລຸງ​ສ້າງ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສູນ​ຄົ້ນ​ຄວ້າ… ສະ​ວິດ​ຢືນຢັນ​ວ່າ: ຈະ​ຈັດ​ຕັ້ງ​ບັນ​ດາ​ຊຸດ​ບຳ​ລຸງ​ອາ​ຊີບ​ໃຫ້​ຫວຽດ​ນາມ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ຈະເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ບັນ​ດາ​ຄະ​ນະ​ກຳ​ມະ​ການ, ກຸ່ມ​ສະ​ມາ​ຊິກ​​​ລັດ​ຖະສະ​ພາ​ມິດ​ຕະ​ພາບ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ລັດ​ຖະ​ສະ​ພາ, ເປັນ​ພື້ນ​ຖານ​ພັດ​ທະ​ນາ​ການ​ພົວ​ພັນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ