ປະທານາທິບໍດີ ປາແລັດສະຕິນ ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການບໍລິຫານ PLOຄືນໃໝ່

(VOVWORLD) - ວັນທີ 04 ພຶດສະພາ, ທີ່ກອງປະຊຸມຂອງສະພາຊົນເຜົ່າ ປາແລັດສະຕິນ (PNC), ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ຮັບການເລືອກຕັ້ງ ເປັນປະທານຄະນະກຳມະການບໍລິຫານຂອງອົງການປົດປ່ອຍ ປາແລັດສະຕິນ (PLO) ຄືນໃໝ່.
ປະທານາທິບໍດີ ປາແລັດສະຕິນ ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການບໍລິຫານ PLOຄືນໃໝ່ - ảnh 1 ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas (ພາບ: AFP/TTXVN))

ເລື່ອງແຕ່ງຕັ້ງທ່ານ Abbas ຄືນໃໝ່ໄດ້ດຳເນີນໃນທ້າຍກອງປະຊຸມທີ່ແກ່ຍາວເປັນເວລາ 4 ວັນຂອງ PNC ຢູ່ນະຄອນ Ramallah ຂຶ້ນກັບເຂດຝັ່ງຕາເວັນຕົກ. ທີ່ເຫດການດັ່ງກ່າວ, PNC ໄດ້ເລືອກຕັ້ງສະມາຊິກຄົນໃໝ່ 9 ຄົນຂອງຄະນະກຳມະການບໍລິຫານ,  ອົງການສູງສຸດຂອງ PLO. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Azzam Al-Ahmad ແມ່ນໜຶ່ງໃນຈຳນວນສະມາຊິກຄົນໃໝ່ 9 ຄົນຂອງຄະນະກຳມະການບໍລິຫານເນັ້ນໜັກວ່າ ທ່ານປະທານາທິບໍດີ Abbas ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການບໍລິຫານຂອງ PLO ພາຍຫລັງບັນດາສະມາຊິກໃນຄະນະກຳມະການນີ້ ດຳເນີນການປຶກສາຫາລືພາຍໃນ.

        ນີ້ແມ່ນກອງປະຊຸມຄູັ້ງທີ 23 ຂອງ PNC ນັບແຕ່ເມື່ອສ້າງຕັ້ງ ແລະ ກໍ່ແມ່ນກອງປະຊຸມທຳອິດນັບແຕ່ເມື່ອປີ 2009 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ