ປະທານາທິບໍດີ ອິນໂດເນເຊຍ ເລີ່ມຕົ້ນອາຍຸການທີ 2 ຢ່າງເປັນທາງການ

(VOVWORLD) - ວັນທີ 20 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ສາບານຕົວຮັບດຳລົງຕຳແໜ່ງໃນອາຍຸການທີ 2 ແກ່ຍາວເປັນເວລາ 5 ປີຢ່າງເປັນທາງການ.
ປະທານາທິບໍດີ ອິນໂດເນເຊຍ ເລີ່ມຕົ້ນອາຍຸການທີ 2 ຢ່າງເປັນທາງການ - ảnh 1ທ່ານປະທານາທິບໍດີ Joko Widodo (ຂວາ) ແລະ ທ່ານ Maruf Amin ຮອງປະທານາທິບໍດີ


ໃນອາຍຸການທີ 2 ແລະ ກໍ່ແມ່ນອາຍຸການສຸດທ້າຍນີ້, ທ່ານປະທານາທິບໍດີໄດ້ຮັບການເລືອກຕັ້ງຄືນໃໝ່ Widodo ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີຜັນຂະຫຍາຍບັນດາໂຄງການທີ່ເຊື່ອມຕໍ່ບັນດາທ່າກ່ຳປັ່ນ ແລະ ສະໜາມບິນໃນທົ່ວປະເທດກາຍເປັນບັນດາສູນກະສິກຳ ແລະ ທ່ອງທ່ຽວ. ລັດຖະບານກໍຈະເອົາໃຈໃສ່ເປັນພິເສດເຖິງການປັບປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນສະພາບທີ່ ອິນໂດເນເຊຍ ໄດ້ຮັບການຕີລາຄາແມ່ນ “ຖົດຖອຍ” ເມື່ອທຽບໃສ່ກັບບາງປະເທດບ້ານໃກ້ເຮືອນຄຽງກ່ຽວກັບການພັດທະນາກຳລັງແຮງງານທີ່ຊຳນານງານ. ໂດຍລະອຽດແມ່ນ ລັດຖະບານ ອິນໂດເນເຊຍ ຈະລົງທຶນເຂົ້າບັນດາໂຮງຮຽນສອນວິຊາຊີບ, ສ້າງຕັ້ງຮາກຖານບຳລຸງສ້າງ, ຝຶກອົບຮົມບັນດາຜູ້ທີ່ມີຄວາມສາມາດ ກໍ່ຄືໝູນໃຊ້ກຳລັງຄວາມສາມາດຂອງຊາວ ອິນໂດເນເຊຍ ທີ່ອາໄສຢູ່ຕ່າງປະເທດໃຫ້ໄດ້ຫລາຍທີ່ຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ